Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂົ່ມຂືນຫຼານສາວແລ້ວຂ້າປິດປາກ ຫວັງໜີຄວາມຜິດ

ຂົ່ມຂືນຫຼານສາວແລ້ວຂ້າປິດປາກ ຫວັງໜີຄວາມຜິດ

Published on

ຄະດີຂ້າປາດຄໍເດັກຍິງໄວອາຍຸ 14 ປີ ທີ່ເມືອງເຟືອງກາຍເປັນຂ່າວທີ່ສັງຄົມໃຫ້ການຕິດຕາມເປັນຈຳນວນຫຼາຍຍ້ອນເຫດການຮຸນແຮງຜິດມະນຸດ, ຊຶ່ງຜ່ານການສືບສວນຫຼາຍຫຼົບຫຼາຍຕ່າວຂອງເຂົ້າໜ້າທີ່ ຄາດຕະກອນຍອມຮັບສາລະພາບທີ່ຕ້ອງຂ້າເພາະປິດປາກຜູ້ຕາຍບໍ່ໃຫ້ບອກພໍ່ແມ່.

ຄະດີຂົ່ມຂືນທຳສຳເລົາເດັກແລ້ວຂ້າປິດປາກເຊິ່ງເກີດຂຶ້ນໃນຄໍ່າຄືນຂອງວັນທີ 5 ຫາ 6 ພືດສະພາ 2017 ຜ່ານມານີ້ຕົກມາຮອດວັນທີ 7 ພຶດສະພາເຈົ້າໜ້າທີ່ຈຶ່ງສາມາດຈັບຕົວເປົ້າໝາຍຜູ້ກໍ່ເຫດຄາດຕະກຳໃນຄັ້ງນີ້ໄດ້ຊື່ທ້າວ ເສັງທໍ່ ອາຍຸ 40 ປີ ອາຊີບເຮັດສວນ ຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນມາສອບປາກຄຳ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າໄດ້ລົງມືຂົ່ມຂືນທຳສຳເລົາເດັກແລ້ວຂ້າປິດປາກເພື່ອລົບລີກຄວາມຜິດແທ້ ໃນເບື້ອງຕົ້ນວັນທີ 5 ພຶດສະພາ 2017 ທ້າວ ເສັງທໍ່ ພ້ອມ ເມຍ ແລະລູກໜຶ່ງຄົນໄປອານາໄມສວນ ແລ້ວກັບມາຮອດເຮືອນເວລາປະມານ 17-18 ໂມງແລງ ຫຼັງຈາກນັ້ນ ເວລາ 20 ໂມງຜູ້ກ່ຽວໄດ້ອາບນໍ້າ ແລະ ກິນເຂົ້າແລງແລ້ວກໍ່ຈັບເອົາມີດເນັບໃສ່ແອວແລ້ວຂີ່ລົດຈັກໄປຈອດຢູ່ເຮືອນຂອງນາງ ປານາຢ່າງ ເຊິ່ງເປັນຫຼານສາວຂອງຜູ້ກ່ຽວ ພ້ອມທັງເອີ້ນຖາມນາງ ປານາຢ່າງ ວ່າ: ນອນແລ້ວບໍ່ ຈາກນັ້ນຜູ້ກ່ຽວກໍ່ຂີ່ລົດອອກໄປ ຈຸດປະສົງແມ່ນໄປຊອກລົມສາວ ຮອດເວລາ 23:30 ທ້າວ ເສັງທໍ່ ກໍ່ຂີ່ລົດກັບມາຈອດຢູ່ຕໍ່ໜ້າເຮືອນນາງ ປານາຢ່າງ ໄຂປະຕູເຮືອນເຂົ້າໄປຈອບເບິ່ງເຫັນຫຼານນອນຢູ່ຈຶ່ງເກີດມີແນວຄິດຢາກຮ່ວມເພດກັບຫຼານ ຜູ້ກ່ຽວຈຶ່ງໄປມອດດອກໄຟແລ້ວລົງມືຂົ່ມຂືນໂດຍໃຊ້ມີດຈີ້ຄໍ ບໍ່ໃຫ້ເວົ້າສຽງດັງ ຖ້າບໍ່ໃຫ້ຈະປາດຖີ້ມ.

ເມື່ອຂົ່ມຂືນທຳສຳເລົາຫຼານສາວຂອງຕົນເອງສຳເລັດແລ້ວຍ່າງອອກມານາງປານາຢ່າງ ໄດ້ແລ່ນນຳຫຼັງດຶງເສື້ອທ້າວ ເສັງທໍ່ ໄວ້ ແລ້ວເວົ້າວ່າ: ຢ່າຟ້າວໄປມາລົມກັນກ່ອນຂ້ອຍບໍ່ພໍໃຈ ຂ້ອຍຊິບອກພໍ່ ແລະແມ່ ທ້າວເສັງທໍ່ ໄດ້ປິ່ນໜ້າກັບຄືນມາຫາ ນາງປານາຢ່າງ ແລ້ວໃຊ້ມືຈັບບ່າໄຫຼ່ເບື້ອງຊ້າຍ ນາງ ປານາຢ່າງ  ແລ້ວເອົາກຳປັ້ນຕີໃສ່ກົກຂາທັງສອງເບື້ອງ 2 ບາດ, ຕີປາກ 1 ບາດ ແລະກໍ່ເວົ້າວ່າ: ບໍ່ໃຫ້ບອກພໍ່ແມ່ ແຕ່ນາງ ປານາຢ່າງ ກໍ່ຢືນຢັນວ່າ ເຮັດແນວໃດກະຊິບອກພໍ່ແມ່ ໃນເວລານັ້ນໄດ້ເຮັດໃຫ້ ທ້າວ ເສັງທໍ່ ໃຈຮ້າຍ, ໃຈໂມໂຫຂື້ນທັນທີ ຈຶ່ງທອດເອົາມີດທີ່ເນັບຢູ່ແອວຜູ້ກ່ຽວ ປາດຄໍ ນາງ ປານາຢ່າງ ມີເລືອດໄຫຼອອກຢ່າງຫຼວງຫຼາຍ ຈົນເສຍຊີວິດຄາທີ່ ແລ້ວຈຶ່ງວາງລົງພື້ນເຮືອນ ຫຼັງຈາກນັ້ນຜູ້ກ່ຽວກໍ່ຈັບເອົາເກີບຍ່າງອອກມາຫາລົດຈັກຂັບເມືອເຮືອນ ເມື່ອຮອດເຮືອນແລ້ວ ຜູ້ກ່ຽວກໍ່ໄດ້ແກ້ເສື້ອ, ໂສ້ງອອກ ແລ້ວເອົາໄປເຊຶ່ອງໄວ້ແຄມນໍ້າສ້າງຈຶ່ງເຂົ້າໄປນອນຕາມປົກກະຕິ.

ຕົກມາຮອດຕອນເຊົ້າຂອງວັນທີ 6 ພຶດສະພາ 2017 ເວລາ 6 ໂມງ 20 ນາທີ ນ້ອງຊາຍຜູ້ເສຍຊີວິດໄດ້ໄປບອກທ້າວ ນາຢ່າງ ນ້ອງຊາຍຂອງພໍ່ຜູ້ເສຍຊີວິດວ່າ ນາງ ປານາຢ່າງຜູ້ເປັນເອື້ອຍນອນເສຍຊີວິດຢູພື້ນເຮືອນ ຈາກນັ້ນທ້າວ ນາຢ່າງ ຈຶ່ງໄປບອກທ້າວ ເສັງທໍ່ ຜູ້ກໍ່ເຫດເຊິ່ງເປັນອ້າຍຂອງແມ່ຜູ້ເສຍຊີວິດວ່າຫຼານສາວຕາຍແລ້ວ ຜູ້ກ່ຽວຈຶ່ງໄປແຈ້ງ ປກສ ກຸ່ມ ແລະການຈັດຕັ້ງບ້ານຜາສັງ ໄປຊັນນະສູດສົບຜູ້ກ່ຽວກໍ່ເຮັດໜ້າທີ່ປ້ອງກັນເວນຍາມຢູ່ສະຖານທີ່ເກີດເຫດ ເພື່ອບໍ່ໃຫ້ຄົນສົງໃສ  ເມື່ອຊັນນະສູດແລ້ວມາຮອດວັນທີ 7 ພຶດສະພາ 2017 ເຈົ້າໜ້າທີ່ຈຶ່ງກັກຕົວທ້າວ ເສັງທໍ່ ມາສອບປາກຄຳ ໃຊ້ເວລາຫຼາຍວັນຜູ້ກ່ຽວຈຶ່ງຍອມຮັບສາລະພາບວ່າໄດ້ລົງມືຂົ່ມຂືນ ແລະຄາດຕະກຳຫຼານສາວແທ້ ເພື່ອລົບຫຼີກຄວາມຜິດ.

ເຈົ້າໜ້າທີ່ຄະດີອາຍາແຂວງວຽງຈັນກ່າວວ່າ: ສາຍເຫດຂອງການຄາດຕະກໍາຄັ້ງນີ້ແມ່ນຍ້ອນຄວາມໂມໂຫຂອງຜູ້ກ່ຽວ, ເຮັດແລ້ວຈຶ່ງຄິດ ກ່ອນກໍ່ເຫດຄາດຕະກຳໃນເບື້ອງຕົ້ນພໍ່ແມ່ຂອງນາງ ປານາຢ່າງ ໄດ້ໄປເຮັດສວນຢູ່ເມືອງທຸລະຄົມ ແລ້ວໄດ້ຝາກນາງປານາຢ່າງ ກັບນ້ອງຊາຍຂອງນາງປານາຢ່າງ 1 ຄົນ ອາຍຸ 7 ປີ ເຊິ່ງໄດ້ຝາກໄວ້ນຳທ້າວ ເສັງທໍ່ ຜູ້ເປັນອ້າຍເປັນລຸງເບິ່ງແຍງເພາະວ່າເປັນຜູ້ທີ່ໄວ້ເນື້ອເຊື່ອໃຈ ແຕ່ລະມື້ແມ່ນໃຫ້ທຽວໄປເບິ່ງ ແລະບາງມື້ຜູ້ກ່ຽວກໍ່ໄດ້ເອົາຂອງກິນໄປໃຫ້ຈິ່ງບໍ່ມີໃຜຄາດຄິດວ່າຈະລົງມືຂົ່ມຂືນຈົນເຖິງຂັ້ນຕ້ອງຂ້າຖີ້ມດັ່ງທີ່ເກີດຂຶ້ນ.

 

ແຫລ່ງຂ່າວ: www.laosupdate.com

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...