spot_img
Homeຂ່າວພາຍ​ໃນຮູ້ຫຼືບໍ່ ໃນແຕ່ລະປີມີຄົນລາວ 4,807 ຄົນ ຕາຍຍ້ອນພະຍາດທີ່ມີສາເຫດມາຈາກການສູບຢາ

ຮູ້ຫຼືບໍ່ ໃນແຕ່ລະປີມີຄົນລາວ 4,807 ຄົນ ຕາຍຍ້ອນພະຍາດທີ່ມີສາເຫດມາຈາກການສູບຢາ

Published on

ວັນນີ້ ວັນທີ 31 ພຶດສະພາ 2017 ວັນງົດຢາສູບໂລກ ຄົບຮອບ 29 ປີ, ພາຍໃຕ້ຄໍາຂວັນ: “ຢາສູບເປັນໄພຂົ່ມຂູ່ຕໍ່ການພັດທະນາ”
ຕາມຂໍ້ມູນຈາກກະຊວງສາທາລະນະສຸກໃຫ້ຮູ້ວ່າ ປັດຈຸບັນ ໃນທົ່ວໂລກມີຄົນເສຍຊີວິດກ່ອນໄວອັນຄວນຍ້ອນຢາສູບປະມານ 7 ລ້ານຄົນຕໍ່ປີ, ສຳລັບປະເທດລາວແມ່ນ 4,807 ຄົນຕໍ່ປີ ຫຼື 13 ຄົນຕໍ່ມື້.

-ອີງຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ ໝວດທີ 2 (ຜົນຮ້າຍຂອງຢາສູບ), ມາດຕາທີ 13 ຜົນຮ້າຍຕໍ່ສຸຂະພາບ: ການຊົມໃຊ້ຢາສູບ ເປັນຕົ້ນ ການສູບຢາ ແມ່ນມີຜົນຮ້າຍຕໍ່ສຸຂະພາບ ຂອງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ ຊຶ່ງມີຄວາມສ່ຽງໃນການເປັນພະຍາດຮ້າຍແຮງ ເຊັ່ນ: ມະເຮັງປອດ, ພະຍາດເສັ້ນເລືອດ ຫົວໃຈ-ສະໝອງ, ພະຍາດຊໍ້າເຮື້ອລະບົບຫາຍໃຈ, ລະບົບລະລາຍ, ລະບົບປະສາດ, ພະຍາດອື່ນໆ ແລະ ນຳໄປສູ່ການເສຍຊີວິດ.

ມາດຕາທີ 14 ຜົນກະທົບຕໍ່ເສດຖະກິດ-ສັງຄົມ: ການຊົມໃຊ້ຢາສູບ ນອກຈາກຈະມີຜົນຮ້າຍຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 13 ຂອງກົດໝາຍສະບັບນີ້ແລ້ວ ຍັງເປັນການທຳລາຍສຸຂະພາບຂອງຜູ້ອອກແຮງງານ, ຜູ້ຜະລິດ ທັ່ງເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ຊຶ່ງເປັນຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການທຳລາຍສິ່ງແວດລ້ອມ.

ມາດຕາທີ 15 ຜົນກະທົບຕໍ່ຄອບຄົວ: ການຊົມໃຊ້ຢາສູບ ນອກຈາກຈະມີຜົນຮ້າຍຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 13 ຂອງກົດໝາຍສະບັບນີ້ ແລະ ມີຜົນຮ້າຍຕໍ່ສະມາຊິກຂອງຄອບຄົວ ເປັນຕົ້ນ ແມ່ຍິງ ແລະ ເດັກນ້ອຍ ແລ້ວ ຜູ້ສູບຢາຍັງຕ້ອງໄດ້ຈ່າຍເງິນເຂົ້າໃນການຊື້ຢາສູບ ແລະ ປິ່ນປົວພະຍາດທີ່ເກີດຂື້ນ ຊຶ່ງເປັນການເພີ່ມພາລະແບກຫາບຂອງຄອບຄົວ.

ນອກຈາກນີ້ຢູ່ໃນຢາສູບຍັງມີສານພິດ ແລະ ສານທີ່ພາໃຫ້ເປັນພະຍາດມະເຮັງໃນຄວັນຢາສູບ:

– ຄວັນຢາສູບມີສານ ຄາບອນ ມໍນອກໄຊ ເປັນສານພິດແບບດຽວກັນກັບ ຄວັນທໍ່ລົດ.
– ຄວັນຢາສູບມີສານ ໄຮໂດຣເຈນ ໄຊຢາໄນ ແມ່ນແກັສພິດທີ່ທຳລາຍຫລອດປອດ ແລະ ຖົງປອດ.
– ນິໂກຕີນໃນຢາສູບ ເຮັດໃຫ້ເສບຕິດ ແລະ ໃຊ້ຜະລິດເປັນຢາຂ້າແມງໄມ້, ສານນິໂກຕີນ ໃນຢາສູບ 1 ກອກ ສາມາດເຮັດໃຫ້ໜູຕາຍໄດ້ 1 ໂຕ ແລະ ຖ້າສານນິໂກຕີນ ໃນຢາສູບ 20 ກອກ ສາມາດເຮັດໃຫ້ງົວຕາຍໄດ້ 1 ໂຕ.

– ຄວັນຢາສູບ ມີແກັສພິດ ໄນໂຕຣເຈນ ໄດອອກໄຊ.
– ຄວັນຟາສູບ ມີສານ ອາກເຊນິກ ທີ່ໃຊ້ເປັນຢາເບື່ອໜູ.
– ຄວັນຢາສູບ ມີສານ ທາຣ ທີ່ພາໃຫ້ເປັນມະເຮັງປອດ.
– ຄວັນຢາສູບ ມີສານ ໄນໂຕຣຊາມີນ ທີ່ພາໃຫ້ເປັນມະເຮັງ
– ຄວນຢາສູບ ມີສານ ແອມໂມເນຍ ໃຊ້ເປັນນໍ້າຢາລ້າງຫ້ອງນໍ້າ.
– ຄວັນຢາສູບ ມີສານ ຟອກໂມນ ເປັນນໍ້າຢາດອງສົບ

– ຄວັນຢາສູບ ພາໃຫ້ເປັນ ມະເຮັງປອດ.
– ຄວັນຢາສູບ ພາໃຫ້ເປັນ ມະເຮັງປາກ.
– ຄວັນຢາສູບ ພາໃຫ້ ຫົວໃຈວາຍ.
– ຄວັນຢາສູບ ພາໃຫ້ ເສັ້ນເລືອດສະໝອງແຕກ.
– ຄວັນຢາສູບ ພາໃຫ້ ແຂ້ວດຳ-ປາກເໝັນ.
– ຄວັນຢາສູບ ຂ້າຄົນອ້ອມຂ້າງ.

ເມື່ອທ່ານຮູ້ຄືຈັ່ງຊີ້ແລ້ວ ທ່ານຈະຍັງສູບຢາຢູ່ອີກບໍ?

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)