spot_img
Homeຂ່າວຕ່າງປະເທດສີລັງກາ ນ້ຳຖ້ວມໜັກ! ຮຽກຮ້ອງໃຫ້ນານາຊາດເຂົ້າຊ່ວຍເຫຼືອດ່ວນ

ສີລັງກາ ນ້ຳຖ້ວມໜັກ! ຮຽກຮ້ອງໃຫ້ນານາຊາດເຂົ້າຊ່ວຍເຫຼືອດ່ວນ

Published on

ເມື່ອວັນທີ 27 ພຶດສະພາ 2017 ທາງລັດຖະບານສີລັງກາຮຽກຮ້ອງໃຫ້ນານາຊາດເຂົ້າຊ່ວຍເຫຼືອຜູ້ປະສົບໄພນ້ຳ ຖ້ວມດິນຖະລົ່ມໃນປະເທດ ສີລັງກາ ຫຼັງຕ້ອງພົບກັບໄພພິບັດຈາກຝົກທີ່ຕົກລົງມາຢ່າງໜັກ ແລະ ຮ້າຍແຮງທີ່ສຸດນັບຕັ້ງແຕ່ປີ 2003 ແລະ ມີລາຍງານຜູ້ເສຍຊີວິດຈາກອຸທົກກະໄພຄັ້ງນີ້ແລ້ວຢ່າງໜ້ອຍ 122 ຄົນ ຂະນະທີ່ສູນບໍລິຫານຈັດການໄພພິບັດຂອງລັດຖະບານສີລັງກາແຈ້ງວ່າ ຍັງມີຜູ້ສູນຫາຍກວ່າ 97 ຄົນ ແລະ ມີລາຍງານວ່າມີຜູ່ໄດ້ຮັບບາດເຈັບຈາກດິນຖະຫຼົ່ມອີກ 49 ຄົນ

ກະຊວງການຕ່າງປະເທດສີລັງກາແຈ້ງວ່າ ທາງກະຊວງໄດ້ຮ່ວມມືກັບກະຊວງບໍລິການຈັດການໄພພິບັດ ຍື່ນເລື່ອງໄປທີ່ສະຫະປະຊາຊາດ (ຢູເອັນ) ແລະ ປະເທດເພື່ອນບ້ານໃຫ້ເຂົ້າມາຊ່ວຍເຫຼືອ ໂດຍສະເພາະໃນເລື່ອງຂອງການປະຈິບັດການຄົ້ນຫາ ແລະ ຊ່ວຍເຫຼືອ ເບື້ອງຕົ້ນກອງທັບເຮືອອິນເດຍໄດ້ສົ່ງເຮືອ 3 ລຳ ພ້ອມເຄື່ອງໃຊ້ ແລະ ສິ່ງຂອງທີ່ຈຳ ເປັນໄປທີ່ນະຄອນຫຼວງ ໂຄລອມໂບ ເມື່ອຫຼວງຂອງສີລັງກາໃນວັນທີ່ 27 ພຶດສະພາທີ່ຜ່ານມາແລ້ວ ໂດຍມີລາຍງານວ່າຊາວບ້ານກວ່າ 5 ແສນຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໃສຂອງຕົວເອງ ແລະ ໄປອາໃສຢູ່ສູນພັກອົບພະຍົບຊົ່ວຄາວ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...