Homeຂ່າວພາຍ​ໃນເຈົ້າຄອງອອກຂໍ້ຕົກລົງ ໃຫ້ເກັບເງິນຄ່າບຳບັດນໍ້າເສຍ, ນໍ້າເປື້ອນ ແລະຄ່າໄຟແສງສະຫວ່າງ 7 ຕົວເມືອງນະຄອນຫຼວງ

ເຈົ້າຄອງອອກຂໍ້ຕົກລົງ ໃຫ້ເກັບເງິນຄ່າບຳບັດນໍ້າເສຍ, ນໍ້າເປື້ອນ ແລະຄ່າໄຟແສງສະຫວ່າງ 7 ຕົວເມືອງນະຄອນຫຼວງ

Published on

ວັນທີ 5 ພຶດສະພາ 2017 ທີ່ຜ່ານມາ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຊັນຂໍ້ຕົກລົງ ວ່າດ້ວຍອັດຕາການເກັບຄ່າບຳບັດນໍ້າເສຍ, ນໍ້າເປື້ອນ ແລະຄ່າກະແສໄຟຟ້າແສງສະຫວ່າງ ໃນຂອບເຂດ 7 ຕົວເມືອງໃນນະຄອນຫຼວງວຽງຈັນ ປະກອບມີເມືອງ ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ, ຫາຊາຍຟອງ, ສີໂຄດຕະບອງ, ນາຊາຍທອງ ແລະໄຊທານີ ເພື່ອເປັນທຶນຮອນໃຫ້ແກ່ຫ້ອງການຄຸ້ມຄອງແລະບໍລິຫານຕົວເມືອງວຽງຈັນ. ໂດຍມອບໃຫ້ລັດວິສາຫະກິດນໍ້າປະປານະຄອນຫຼວງ ແລະລັດວິສາຫະກິດໄຟຟ້າລາວ ເປັນຜູ້ຊ່ວຍເກັບ.

ຂໍ້ຕົກລົງດັ່ງກ່າວແມ່ນປະຕິບັດຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມແລະຄ່າງບໍລິການ ມາດຕາ 101 ຄ່າບໍລິການຂອງອົງການພັດທະນາຕົວເມືອງ ເຊິ່ງກຳນົດໃຫ້ເກັບຄ່າບຳບັດນໍ້າເສຍແລະນໍ້າເປື້ອນ 2,000 ກີບຕໍ່ໜ່ວຍກົງເຕີຕໍ່ເດືອນ ແລະ ຄ່າກະແສໄຟຟ້າແສງສະຫວ່າງ(ໄຟເຍືອງທາງ) 2,000 ກີບ ຕໍ່ໜ່ວຍກົງເຕີຕໍ່ເດືອນ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...