spot_img
Homeວິທະຍາສາດ-ວິທະຍາການຈີນສະກັດແຍກກ໊າຊທຳມະຊາດອອກຈາກຕະກອນນ້ຳແຂງໄຟພື້ນທະເລສຳເລັດ

ຈີນສະກັດແຍກກ໊າຊທຳມະຊາດອອກຈາກຕະກອນນ້ຳແຂງໄຟພື້ນທະເລສຳເລັດ

Published on

ນີ້ເປັນຄັ້ງທຳອິດທີ່ວິສະວະກອນຊາວຈີນປະສົບຄວາມສຳເລັດໃນການດຶງເອົາກ໊າຊທຳມະຊາດອອກມາຈາກຕະກອນນ້ຳແຂງທີ່ທັບຖົມຝັງເລິກຢູ່ທີ່ພື້ນທະເລຫ່າງຈາກຮ່ອງກົງ 300 ກິໂລແມັດໃນທະເລຈີນໃຕ້ ເມື່ອກາງປີທີ່ຜ່ານມາ ລັດຖະບານຈີນໄດ້ປະກາດວ່ານັກທໍລະນີວິທະຍາຄົ້ນພົບແຫລ່ງສຳຮອງແຫ່ງໃໝ່ຂອງມີເທຣນໄຮເດຣດ (methane hydrate) ແລະ ຕອນນີ້ເບິ່ງຄືວ່າພກເຂົາຈະສາມາດນຳເອົາມັນມາໃຊ້ດ້ສຳເລັດ ເຮັດໃຫ້ໂລກກ້າວໜ້າເຂົ້າໄປໃກ້ຄວາມຈິງທີ່ຈະນຳເອົາແຫຼ່ງພະລັງງານທີ່ບໍ່ເຄີນໃຊ້ປະໂຫຍດມາກ່ອນມາໃຊ້ຢ່າງຈິງຈັງ

ມີເທນໄຮເດຣດ ຫຼື ຮຽກກັນວ່າ “ນ້ຳແຂງໄຟ” (flammable ice) ເປັນຂອງແຂງສີຂາວທີ່ມີລັກສະນະຄ້າຍກັບນ້ຳແຂງແຫ້ງ ຕິດໄຟໄດ້ ໂຄງສ້າງພາຍໃນເປັນກ໊າຊມີເທນໜຶ່ງໂມເລກຸລຖືກກັກອ້ອມຮອບດ້ວຍໂຄງຜະລຶກຂອງນ້ຳແຂງຫຼາຍໂມເລກຸນເກາະກັນເປັນໂຄງຂ່າຍ ມີເທນໄຮເດຣດຈະສະສົມຢູ່ໃນບໍລິເວນທີ່ມີອຸນຫະພູມຕ່ຳ ແລະ ມີຄວາມກົດດັນປານກາງ

ຄວາມສຳເລັດຫຼ້າສຸດຂອງຈີນສ້າງຄວາມຫວັງໃນການໃຊ້ງານແນວອຸດສາຫະກຳແຫລ່ງພະລັງງານຊະນິດນີ້ ແຕ່ກໍ່ຍັງມີຄຳຖາມວ່າມັນຍັງມີຄຸນຄ່າຢູ່ອີກ ຫຼື ບໍ່ ໃນເມື່ອກ໊າຊທຳມະຊາດກໍ່ເປັນເຊື້ອເຜີງຟອສຊິລອີກໜຶ່ງຢ່າງທີ່ທົ່ວໂລກກຳລັງພະຍາຍາມຫັນຫຼັງໃຫ້ມັນຢູ່

ມີເທນເປັນກ໊າຊແວ່ນໃສທີ່ມີພະລັງອຳນາດສູງຫຼາຍ ມີສັກກະຍະພາບໃນການເຮັດໃຫ້ໂລກຮ້ອນຂຶ້ນຫຼາຍກວ່າກ໊ຊຄາບອນໄດອອກໄຊເຖິງ 36 ເທົ່າ ມັນສ່ຽງເກີນໄປທີ່ຈະໄປກວນກ໊າຊມີເທນທີ່ຖືກກັກເກັບໄວ້ເປັນຢ່າງດີໃນຊັ້ນນ້ຳແຂງໃຫ້ອອກມາສູ່ບັນຍາກາດ ຫຼື ແມ່ນແຕ່ອອກມາຢູ່ໃນທະເລ

ທັງໆທີ່ມີຄວາມສ່ຽງສູງແຕ່ Ingo Pecher ນັກທໍລະນີວິທະຍາທີ່ມະຫາວິທະຍາໄລ ໂອ໊ດແລນ ປະເທດນິວຊີແລນ ກັບບອກວ່າ “ເຂົາຄິດວ່າມັນເປັນແນວຄິດທີ່ດີທີ່ຈະພັດທະນາມີເທນໄຮເດຣດໃຫ້ເປັນແຫລ່ງເຊື້ອເພີງ ເພາະໃນການເຜົາໄໝ້ກ໊າຊມີເທນຈະປ່ອຍພິດອອກມາໜ້ອຍກວ່າ”

“ເພື່ອຈະຫຼຸດການປ່ອຍກ໊າຊຄາບອນໄດອອກໄຊທີ່ກຳລັງເຮັດໃນເວລານີ້ ບໍ່ແມ່ນຕ້ອງລໍຖ້າໄປອີກ 20-30 ປີຕໍ່ໜ້າ ດຮົາຈຳເປັນຕ້ອງສະໜັບສະໜູນໃຫ້ປ່ຽນຈາກການໃຊ້ຖ່ານທີນໄປໃຊ້ກ໊າຊທຳມະຊາດ” Pecher ກ່າວ “ກ໊າຊທຳມະ ຊາດຈາກມີເທນໄຮເດຣດອາດມີບົດບາດສຳຄັນສຳລັບການປ່ຽນແປງນີ້ໃນຫຼາຍພື້ນທີ່ຂອງໂລກ”

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...