spot_img
Homeຂ່າວທ້ອງຖິ່ນສະມາຊິກ PS ເດືອດ! ບຸກບໍລິສັດ ຫວັງໄດ້ຮັບເງິນຄືນແຕ່ກັບບ້ານມືເປົ່າ

ສະມາຊິກ PS ເດືອດ! ບຸກບໍລິສັດ ຫວັງໄດ້ຮັບເງິນຄືນແຕ່ກັບບ້ານມືເປົ່າ

Published on

ໃນຕອນເຊົ້າ ວັນທີ 25 ພຶດສະພາ 2017 ມີສະມາຊິກ PS ຈຳນວນຫຼາຍ ໄດ້ໄປລໍຖ້າຮັບເອົາເງິນ ທີ່ຕົນເອງໄດ້ຝາກລົງທຶນ (ສັ່ງຊື້ສິນຄ້າຕາມແຜນທີ່ບໍລິສັດພາເຮັດ) ກັບບໍລິສັດ ພາຍຫຼັງທີ່ປະທານບໍລິສັດ ຄື ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ໃຫ້ຄຳໝັ້ນສັນຍາ ທີ່ຈະສົ່ງເງິນຄືນ ພາຍໃນ 3 ເດືອນ ຫາກໃຜຕ້ອງການຖອນເງິນຄືນ.

ສະມາຊິກຈຳນວນດັ່ງກ່າວ ໄດ້ໄປລໍ້ຖ້າຢ່າງບໍ່ມີຄວາມຫວັງ,​ພວກເຂົາໄດ້ບຸກເຂົ້າໄປຫ້ອງປະທານ ບໍລິສັດ ກໍ່ລອກປະຕູໄວ້, ມີແຕ່ພະນັກງານ ຈຳນວນໜື່ງຮັບໜ້າແທນແຕ່ບໍ່ມີຄຳຕອບໃດໆໃຫ້ປະຊາຊົນ.

ປະຈຸບັນ, ປະຊາຊົນທີ່ຮ່ວມລົງທຶນ ຫຼາຍກວ່າ ສອງແສນລະຫັດ (ຄາດວ່າປະມານ ແສນກວ່າຄົນ) ແມ່ນໄດ້ຮັບຜົນກະທົບ. ເງິນທີ່ບໍລິສັດ ລະດົມທຶນມາໄດ້ ຈຳນວນ ຫຼາຍ ພັນຕື້ກີບ ຖືກເອົາໄປໃຊ້ເຮັດຫຍັງ? ທຸລະກິດຂາຍນ້ຳ ໄດ້ກຳໄລແທ້ບໍ່? ຫຼື ແນວໃດກັນແທ້? ເຊິ່ງບັນຫາດັ່ງກ່າວນີ້ຮຽກຮ້ອງໃຫ້ທາງພາກລັດເຂົ້າມາຊ່ວຍແກ້ໄຂ

https://youtu.be/G8edoCVGkfs

 

ແຫລ່ງຂ່າວ: ໂທລະໂຄ່ງ Tholakhong

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...