spot_img
HomeBaby-ແມ່ແລະເດັກເດັກນ້ອຍທີ່ຫຼິ້ນສະມາດໂຟນຫຼາຍບໍ່ດີຈະນອນຫຼັບຢາກ

ເດັກນ້ອຍທີ່ຫຼິ້ນສະມາດໂຟນຫຼາຍບໍ່ດີຈະນອນຫຼັບຢາກ

Published on

ງານວິໄຈຈາກອັງກິດເຜີຍວ່າເດັກນ້ອຍທີ່ໃຊ້ເວລາຫຼິ້ນສະມາດໂຟນ ຫຼື ແທັບເລັດຫຼາຍໆ ຈະສົ່ງຜົນໃຫ້ນອນຫຼັບຍາກກວ່າເດັກນ້ອຍທົ່ວໄປ

ມະຫາວິທະຍາໄລເບີເບັດໃນນະຄອນຫຼວງລອນດອນປະເທດອັງກິດ ໄດ້ເຮັດການວິໄຈກຸ່ມພໍ່ແມ່ທີ່ມີລູກອາຍຸຕ່ຳກວ່າ 3 ປີ ຈຳນວນ 715 ຄອບຄົວ ພົບວ່າເດັກນ້ອຍເຖິງ 75% ໄດ້ໃຊ້ສະມາດໂຟນ ແລະ ແທັບເລັດລະບົບໜ້າຈໍສຳພັດໃນຊີວິດປະຈຳວັນ ໂດຍເດັກນ້ອຍແຕ່ອາຍຸ 6-11 ເດືອນມີ 51% ແລະ ເດັກນ້ອຍໄວອາຍຸ 2-3 ປີ ມີເຖິງ 92% ເຊິ່ງຈາກການວິໄຈພົບວ່າການທີ່ໃຫ້ເດັກນ້ອຍຫຼິ້ນສະມາດໂຟນ ຫຼື ແທັບເລັດນັ້ນຈະນອນນ້ອຍກວ່າເດັກນ້ອຍທີ່ບໍ່ຫຼິ້ນ ໂດຍສະເລ່ຍການຫຼິ້ນສະມາດໂຟນ 1 ຊົ່ວໂມງ ຈະເຮັດໃຫ້ເດັກນ້ອຍນອນໜ້ອຍລົງ 15 ນາທີ

ດັ່ງນັ້ນຜູ່ເປັນພໍ່ແມ່ຈີ່ງຄວນຈຳກັດການໃຊ້ງານຂອງລູກ ບໍ່ໃຫ້ຫຼິ້ນອຸປະກອນພວກນີ້ຫຼາຍຈົນເກີນໄປ ໃຫ້ຫຼິ້ນມື້ລະ 1 ຊົ່ວໂມງກໍ່ພໍແລ້ວ ແລະ ບໍ່ຄວນໃຫ້ຫຼິ້ນກ່ອນຮອດໂມງນອນ ເຊັ່ນດຽວກັນກັບການຈຳກັດເວລາເບິ່ງໂທລະທັດ ເພື່ອໃຫ້ລູກນ້ອຍໄດ້ໄປເຮັດກິດຈະກຳອື່ນໆເຊັ່ນການອອກກຳລັງກາຍ ເຕະບານ, ແຕ້ມຮູບ, ຮ້ອງເພງ, ຫຼິ້ນດົນຕີ, ອ່ານໜັງສື, ແລ່ນຫຼິ້ນກັບເພື່ອນ, ຫຼິ້ນກັບພໍ່ແມ່ພີ່ນ້ອງ ເປັນຕົ້ນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...