Homeຂ່າວຕ່າງປະເທດ"ປາຣ ກີນ ເຮ" ຂຶ້ນສານເກົາຫຼີໃຕ້ໃນວັນນີ້

“ປາຣ ກີນ ເຮ” ຂຶ້ນສານເກົາຫຼີໃຕ້ໃນວັນນີ້

Published on

ສານເກົາຫຼີໃຕ້ເປີດການສອບສວນຄະດີທຸຈະລິດຂອງທ່ານ ນາງ ປາຣ ກີນ ເຮ ອະດີດປະທານາທິບໍດີເກົາຫຼີໃຕ້ແລ້ວເມື່ອວັນທີ 23 ພຶດສະພານີ້ ໂດຍ ທ່ານ ນາງ ປາຣ ໄດ້ຖືກຕັ້ງຂໍ້ຫາຮັບສິນບົນໃຊ້ອຳນາດໜ້າທີ່ໂດຍບໍ່ຊອບທຳ ແລະ ເປີດເຜີຍຄວາມລັບຂອງຣາຊາການຮວມທັງໝົດ 18 ຂໍ້ຫາ ເຊິ່ງນາງໄດ້ປະຕິເສດທຸກຂໍ້ກ່າວຫາ

ການຖືກນຳພາຕົວມາຂຶ້ນສານເທື່ອນີ້ນັບເປັນການປະກົດຕົວຕໍ່ສາທາລະນະຢ່າງເປັນທາງການຄັ້ງທຳອິດຫຼັງຈາກທີ່ ທ່ານ ນາງ ປາຣ ຖືກຈັບກຸມເມື່ອເດືອນ ມີນາ ທີ່ຜ່ານມາ ໂດຍນາງຖືກຈາລຶກຊື່ໄວ້ໃນປະຫວັດສາດໃນຖານະປະທານາທິບໍດີຄົນທຳອິດທີ່ຖືກຖອນອອກຈາກຕຳແໜ່ງເຊິ່ງເຮັດໃຫ້ໝົດເອກະສິດຄຸ້ມກັນທີ່ມີຢູ່ ແລະ ຖືກນຳຕົວເຂົ້າສູ່ຂະບວນການສອບສວນໃນຂໍຫາຕ່າງໆ ຢ່າງເປັນທາງການ ຫຼັງຈາກການເດີນຂະບວນຂອງປະຊາຊົນເພື່ອສະແດງພະລັງຂັບໄລ່ນາງລົງຈາກຕຳແໜ່ງເປັນເວລາດົນ

ທ່ານ ນາງ ປາຣ ຢືນຢັນວ່າຕົວເອງຖືກໃສ່ຮ້າຍ ແລະ ຈັດສາກວ່າເຮັດຜິດຂໍ້ຫາຕ່າງໆ ເຊິ່ງກ່ຽວກັບນັກການເມືອງ ແລະ ບໍລິສັດຂະໜາດໃຫຍ່ຂອງເກົາຫຼີໃຕ້ ເຊິ່ງໂທດສູງສຸດໃນຄະດີສໍ້ໂກງບ້ານເມືອງຂອງເກົາຫຼີໃຕ້ແມ່ນຕ້ອງຕິດຄຸກຕະຫຼອດຊີວິດ ທັງນີ້ການພິຈາລະນາເລື່ອງຄະດີດັ່ງກ່າວຈະຕ້ອງໄດ້ໃຊ້ເວລາຫຼາຍເດືອນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...