spot_img
HomeBaby-ແມ່ແລະເດັກລະບົບອັນຕຣາຊາວແບບ 4 ມິຕິ ເບິ່ງລູກໃນທ້ອງຜ່ານແວ່ນຕາ VR

ລະບົບອັນຕຣາຊາວແບບ 4 ມິຕິ ເບິ່ງລູກໃນທ້ອງຜ່ານແວ່ນຕາ VR

Published on

ຫາກເວົ້າເຖິງແວ່ນຕາ VR (Virtual Reality) ປັດຈຸບັນເປັນທີ່ຮູ້ຈັກກັນແຜ່ຫຼາຍ ແລະ ສາມາດໃຊ້ປະໂຫຍດໄດ້ຫຼາຍດ້ານ ບໍ່ວ່າຈະເປັນການຫຼິ້ນເກມ, ເບິ່ງຮູບເງົາ ແລະ ຫຼ້າສຸດ Samuli Cantell ໄດ້ຄິດຄົນລະບົບອັນຕຣາຊາວແບບ 4 ມິຕິ ເພື່ອເບິ່ງພັດທະນາການຂອງລູກໃນທ້ອງ ໂດຍການໃຊ່ປະໂຫຍດຈາກແວ່ນ VR ເຊິ່ງທຳອິດເຂົາຄິດວ່າມັນເປັນວິທີປະຫຼາດ ແລະ ຍັງບໍ່ເຄີຍມີໃຜເຮັດມາກ່ອນ ແຕ່ເຂົາຮູ້ຈັກຄົນຢູ່ໃນສູນການແພດ Avada ເຂົາຈິ່ງໄດ້ນຳແນວຄວາມຄິດນີ້ໄປປຶກສາ ແລະ ເຂົາເອງຍັງໄດ້ຕິດຕໍ່ໄປທີ່ບໍລິສັດ GE ຜູ້ພັດທະນາລະບົບອັນຕຣາຊາວແບບ 4 ມິຕິ ແລະ ທາງ GE ຍັງແນະນຳວິທີນຳເອົາໄຟລອອກມາຈາກເຄື່ອງອັນຕຣາຊາວພ້ອມ ໂດຍການສ້າງພາບ 4 ມິຕິໄດ້ຮັ້ນ ຈະຕ້ອງມີການສ້າງໂມເດລແບບ 3 ມິຕິຂຶ້ນມາກ່ອນ ດ້ວຍການຖ່າຍໂອນຂໍ້ມູນແບບ DICOM ເຊິ່ງມາຈາກໄຟລຮູບອັນຕຣາຊາວແບບປົກກະຕິ ໄປທີ່ osiriX lite ຈາກນັ້ນຈະຖືກສ້າງເປັນໂດລແບບ 3 ມິຕິ ແລະ ທົດລອງໃຊ້ແວ່ນ VR ສ່ອງເບິ່ງກໍ່ຈະເຫັນພາບ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...