spot_img
Homeຂ່າວຕ່າງປະເທດປະຊາຊົນເວເນຊູເອລານັບລ້ານອອກມາປະທ້ວງຂັບໄລ່ຜູ້ນຳປະເທດ

ປະຊາຊົນເວເນຊູເອລານັບລ້ານອອກມາປະທ້ວງຂັບໄລ່ຜູ້ນຳປະເທດ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງກາຣາກັສ ປະເທດ ເວເນຊຸເອລາ ເມື່ອວັນທີ 21 ພຶດສະພາ 2017ວ່າ ມີຜູ້ເສຍຊີວິດແລ້ວ 47 ຄົນ ແລະ ຖືກຈັບ 2,200 ຄົນ ນັບຕັ້ງແຕ່ການເດີນຂະບວນປະທ້ວງຂັບໄລ່ ມາດູໂຣ ຂຶ້ນເມື່ອວັນທີ 1 ເມສາ 2017 ທີ່ຜ່ານມາ. ເຊິ່ງເມື່ອວັນເສົາທີ່ຜ່ານມາກໍ່ງົບຮອບ 50 ມື້ຂອງການປະທ້ວງ ມີປະຊາຊົນຫຼັ່ງໄຫລອອກມາຊຸມນຸມປະທ້ວງເປັນຈຳນວນຫຼາຍທີ່ສຸດເທົ່າເຄີຍມີມາ ທ່ານ ຮວນ ອັນເດຣສ ເມເຍຍ ສ.ສ. ໜຶ່ງໃນແກ່ນນຳການປະທ້ວງກ່າວວ່າ ການປະທ້ວງຄັ້ງໃໝ່ມີເປົ້າໝາຍສະແດງໃຫ້ລັດຖະບານມາດູໂຣເຫັນວ່າ ຝ່າຍຕໍ່ຕ້ານຍັງມີພະລັງເຫຼືອເຟືອ

ໃນການປະທ້ວງເກີດເຫດການປະທະກັນລາຍວັນ ລະຫວ່າງກຸ່ມຜູ້ປະທ້ວງກັບຕຳຫຼວດ ແລະ ທະຫານ ການປະທ້ວງໄດ້ລຸກລາມໄປທີ່ເມືອງຕ່າງໆ ທົ່ວປະເທດ ປະຊາຊົນອອກມາຮວມຕົວກັນປະທ້ວງເພື່ອສະແດງຄວາມບໍ່ພໍໃຈໃນການບໍລິຫານຈັດການເສດຖະກິດຂອງ ມາດູໂຣ ທັງໆທີ່ເວເນຊູເອລາ ເປັນປະເທດທີ່ມີປະລິມານນ້ຳມັນດິບສຳຮອງຢ່າງມະຫາສານ ແລະ ປະເທດເກີດພາວະຂາດສິນຄ້າອຸປະໂພກບໍລິໂພກພື້ນຖານຢ່າງໜັກ ແລະ ຕໍ່ເນື່ອງ ແລະ ຈາກການປະເມີນຂອງກອງທຶນການເງິນລະຫວ່າງປະເທດ ຫຼື ໄອເອັມເອັຟ ຄາາດວ່າຕົວເລກເງິນເຟີຂອງເວເນຊູເອລາຈະສູງເຖິງ 720% ໃນປີນີ້ ນອກຈາກນັ້ນເວເນຊູເອລາຍັງເປັນໜຶ່ງໃນປະເທດທີ່ມີສະຖິຕິການເກີດອາດສະຍາກອນຫຼາຍທີ່ສຸດໃນໂລກ.

https://youtu.be/gIf5G7wA4B8

ວິດີໂອຈາກ: VENEZUELA NOTICIA

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...