spot_img
Homeຂ່າວພາຍ​ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງຢ່າງຈົບງາມ

ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງຢ່າງຈົບງາມ

Published on

ໃນ​ຕອນ​ບ່າຍ​ ຂອງ​ວັນ​ທີ 18 ພຶດສະພາ 2017 ນີ້ ທີ່​ຫໍ​ສະພາ​ແຫ່ງ​ຊາດ ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີVIII ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ ​ອັນ​ຈົບງາມ ​ໂດຍ​ການ​ເຂົ້າຮ່ວມ​ ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຜູ້ນຳ ​ພັກ-ລັດ, ອະ​ດີດກາ​ນນຳ​ຂັ້ນ​ສູງ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ດັ່ງກ່າວ, ​​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 25 ​ເມສາ-18 ພຶດສະພາ 2017, ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ກົດໝາຍ 14 ສະບັບ ​ໃນ​ຂົງ​ເຂດ ​ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ປົກຄອງ ແລະ ຍຸຕິ​ທຳ, ​ອົງການ​ຈັດ​ຕັ້ງມະຫາຊົນ ​ແລະ ການ​ຕ່າງປະ​ເທດ ​ເຊິ່ງ​ເປັນ​ການ​ ເພີ່ມ​ເຄື່ອງ​ມື​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ ເສດຖະກິດ-ສັງຄົມ ​ໃນ​ຂະ​ແໜງການ​ຕ່າງ​ໆ ​ໃຫ້​ມີ​ຄວາມ​ສົມບູນ​ຄົບ​ຖ້ວນ ຫລາຍ​ຂຶ້ນ​ກວ່າ​​ເກົ່າ.

ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ພ້ອມ​ທັງ​ເປັນ ​ປະ​ທານ​ກອງ​ປະຊຸມ​ ກ່າວ​ວ່າ: ຕະຫລອດ​ໄລຍະ 17 ວັນ ​ໃນ​ການ​ດຳ​ເນີນ​ ກອງ​ປະຊຸມ​ສະ​ໄໝ​ສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ທີ່​ເຕັມ​ໄປ​ດ້ວຍ ​ບັນຍາ ກາດ​ທີ່​ສ້າງສັນ ​ແລະ ມີ​ຄວາມ​ເປັນ​​ເອກະ​ພາບ​ສູງ​ ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ການ​ຄົ້ນ​ຄວ້າ, ປະກອບ​ຄຳ​ຄິດ​ເຫັນ ​ຢ່າງ​ກົງ​ໄປ​ກົງ​ມາ ຕໍ່​ບັນ​ດາ​ເນື້ອ​ໃນ ທີ່​ນຳ​ມາ​ພິຈາລະນາ ​ແລະ ​ຮັບຮອງ​ເອົາ. ກອງ​ປະຊຸມ​ດັ່ງກ່າວ​, ໄດ້​ສຳ​ເລັດ​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້ ​ເຊັ່ນ: ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາ ສະພາບການ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ; ແຜນງົບປະມານ ແຫ່ງລັດ 6 ເດືອນຜ່ານມາ ແລະ ວຽກງານຈຸດສຸມ ທ້າຍປີ  2017; ພິຈາລະນາຮັບຮອງ ເອົາບົດລາຍງານ ກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ ແລະ ມາດຕະການ ແກ້ໄຂຈຳນວນໜຶ່ງ ເພື່ອຫລຸດຜ່ອນຜົນກະທົບ ຕໍ່ການຜະລິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ; ໄດ້ພິຈາລະ ນາ ເອົາບົດລາຍງານ ຂອງອົງການໄອຍະການ ປະຊາຊົນສູງສຸດ ກ່ຽວກັບການ ປະຕິບັດສິດ ສັ່ງຟ້ອງ ຄະດີອາຍາຂຶ້ນສານ ແລະ ການເຂົ້າຮ່ວມ ການດຳເນີນຄະດີແພ່ງ ຢູ່ທີ່ປະຊຸມສານ ແລະ ບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີ ຢູ່ສານຂັ້ນຕົ້ນ ແລະ ສານອຸທອນ ໃນໄລຍະຜ່ານມາ, ທິດທາງປັບປຸງ ແລະ ຍົກສູງຄຸນນະ ພາບ ວຽກງານໃນຊຸມປີຕໍ່ໜ້າ; ກອງປະຊຸມ ໄດ້ພິຈາລະນາ ແລະ ເລືອກຕັ້ງເອົາທ່ານ ນາງ ວຽງທອງ ສີພັນດອນ ເປັນປະທານອົງການ ກວດສອບ ແຫ່ງລັດ ອີກສະໄໝໜຶ່ງ ຕາມການສະເໜີ ຂອງປະທານປະເທດ; ພ້ອມ​ທັງ ໄດ້ພິຈາລະນາ ​ແລະ ຮັບຮອງ​​ເອົາ​ ການສະ​ເໜີ​ແຕ່ງ​ຕັ້ງ ທ່າ​ນ ອຳ​ໄພ ຈິດ​ມາ​ນົນ ​ເປັນ​ຮອງ​ປະທານ​ ກຳມາ​ທິການ​ກົດ ໝາຍ ຕາມ​ການສະ​ເໜີ​ ຂອງ​ຄະນະ​ປະຈຳ​ ສະພາ​ແຫ່ງ​ຊາດ; ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມ ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ກົດໝາຍ 14 ສະບັບ ​ໃນ​ນັ້ນ​ ມີ​ກົດ​ໝາຍ​ສ້າງ​ໃໝ່ 5 ສະບັບ ຄື: ກົດໝາຍ​ວ່າ​ດ້ວຍ​ສົນທິສັນຍາ ​ແລະ ສັນຍາ​ສາກົນ, ກົດ​ໝາຍວ່າ​ດ້ວຍ ​ສິລະ​ປະການ​ສະ​ແດງ, ກົດ​ໝາຍວ່າ​ດ້ວຍ​ ການ​ປົກ​ປ້ອງ​ ຂໍ້​ມູນ​ເອ​ເລັກ​ໂຕຣນິກ, ກົດໝາຍ​ວ່າ​ດ້ວຍ​ ຄື້ນຄວາມ​ຖີ່​ວິທະຍຸ​ສື່ສານ ແລະ ປະມວນ​ກົດໝາຍ​ອາຍາ; ກົດໝາຍ​ປັງ​ປຸງ 8 ສະບັບ ​ຄື: ກົດ ໝາຍ​ວ່າ​ດ້ວຍ ​ການ​ເລືອກ​ຕັ້ງ​ສະມາຊິກ​ ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ, ກົດໝາຍ​ວ່າ​ດ້ວຍ​ ຄະ ນະ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ, ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ, ກົດໝາຍ​ວ່າ​ດ້ວຍ​ ກຳລັງ​ປ້ອງ​ກັນ ​ຄວາມ​ສະຫງົບ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ ອົງການ​ໄອ​ຍະ​ການ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ ສານ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ນ້ຳ ​ແລະ ຊັບພະຍາກອນ​ນ້ຳ, ກົດໝາຍ​ວ່າ​ ດ້ວຍ​ສະຖິຕິ ​ແລະ ກົດໝາຍ​ທາ​ບທາມ 1 ສະບັບ ຄື: ປະມວນ​ກົດໝາຍ​ແພ່ງ.

ພ້ອມ​ນັ້ນ, ທ່ານ ນາງ ປານີ ຢາ​ທໍ່​ຕູ້ ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ ຕໍ່​ບົດ​ລາຍ​ງານ ​ແລະ ສະ​ເໜີ​ໃຫ້​ລັດຖະບານ ​ເອົາ​ໃຈ​ໃສ່​ບາງ​ບັນຫາ ​ເຊັ່ນ: ສືບ​ຕໍ່​ຊີ້​ນຳ ​ແລະ ຊຸກຍູ້​ບັນດາ​ກະຊວງ, ອົງການ​ຂະ​ແໜງ​ການ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ ສູ້​ຊົນ​ປະຕິບັດ​ ບັນດາ​ຄາດໝາຍ​ລວມ, ຄາດໝາຍ​ໝາຍ​ ແຕ່​ລະ​ດ້ານ, ທິດ​ທາງ​ວຽກ​ງານ ​ແລະ ບັນດາ​ມາດ​ຕະການ ​ທີ່​ກຳນົດ​ໄວ້​ ໃນ​ມະຕິ​ກອງ​ປະຊຸມ ​ສະພາ​ແຫ່ງ​ຊາດ ​ເລກທີ 14, 15, 16/ສພຊ ລົງ​ວັນ​ທີ 24/11/2016 ​ແລະ ​ເລກທີ 18/ສພຊ ລົງ​ວັນ​ທີ 28/11/2016 ກ່ຽວ​ກັບ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມາ​ນແຫ່ງ​ລັດ​ ປະຈຳ​ປີ 2017 ກໍ​ຄື​ແຜນ​ສ້າງ ​ແລະ ປັບປຸງ​ກົດໝາຍ​ ປະຈຳ​ປີ 2017 ​ແລະ ປະກາດ​ໃຊ້​ນິຕິ​ກຳ​ລຸ່ມ ​ໃຫ້​ສຳ​ເລັດ​. ພ້ອມ​ທັງ ​ຊີ້​ນຳ​ກະຊວງ ​ອຸດສາຫະກຳ ​ແລະ ການ​ຄ້າ ປະສານ​ສົມທົບ​ ກັບ​ບັນ​ດາ​ກະຊວງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ຄົ້ນຄວ້າ ​ແລະ ສະ​ເໜີ​ລັດຖະບານ ​ປະກາດ​ໃຊ້​ນະ​ໂຍບາຍ, ມາດ​ຕະການ​ຊຸກຍູ້ ​ແລະ ສົ່ງ​ເສີມການ​ຜະລິດ ​ສະບຽງອາຫານ ​ແລະ ການ​ຜະລິດ​ສິນຄ້າ​ທີ່​ຈຳ​ເປັນ ​ໃຫ້​ແກ່​ການ​ບໍລິ​ໂພ​ກ ປະຈຳ​ວັນ​ຂອງ​ປະຊາ​ຊົນ ​ໃຫ້​ມີ​ການ​ຂະຫຍາຍ​ຕົວ ​ແລະ ມີ​ຄວາມ​ຫລາ​ກຫລາ​ຍ ທາງ​ການ​ຜະລິດ​ຕະພັນ ​ທີ່​ມີ​ຄຸນ​ນະພາ​ບ ດ້ວຍ​ລາຄາ​ທີ່​ເໝາະ​ສົມ ​ແລະ ໝັ້ນ​ທ່ຽງ.

ແຫລ່ງຂ່າວ: kpl.gov.la/detail.aspx?id=24549

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...