ນາຍົກແຕ່ງຕັ້ງຄະນະສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວເພິ່ມຂຶ້ນ

ເມື່ອບໍ່ດົນມານີ້ນາຍົກລັດຖະມົນຕີລາວ ຈັດຕັ້ງທີມງານສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ເພີ່ມຂຶ້ນຕາມແຜນການທີ່ວາງໄວ້ ໃນປີ 2017 ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນຖະແຫລງວ່າ ຄະນະລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອບໍ່ດົນມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການເປົ້າໝາຍທີ່ວາງໄວ້ ໃນປີ 2017 ນີ້ ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ ຂອງລັດ ດັ່ງທີ່ ທ່ານສຸພັນ ຢືນຢັນວ່າ:

“ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ປີ 2017 ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງ ມີສະຖຽນລະພາບທ່ານນາຍົກກໍໄດ້ຈັດຕັ້ງທີມງານເສດຖະກິດຂຶ້ນ ມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ທະນາຄານ ກະຊວງການຄ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນວາງມາດຕະການ ຄົ້ນຄວ້ານະໂຍບາຍຕ່າງໆ ເພື່ອສະເໜີລັດຖະບານໃນແຕ່ລະເດືອນຫັ້ນ ເພື່ອວາງອອກໄປຈັດຕັ້ງປະຕິບັດ.”

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ໃນແຜນການປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານໂດລາ ໂດຍຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການທີ່ລັດຖະບານລາວໄດ້ກຳນົດໄວ້ໃນແຜນການປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນແລະງົບປະມານໃຫ້ແຂງແຮງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານ ການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄຮ້ອງກັບສະພາບການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ຄື ກະຊວງການເງິນ, ກະຊວງແຜນການແລະການລົງທຶນ, ທະນາຄານ, ກະຊວງອາສາຫະກຳແລະການຄ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນ

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍການຂະຫຍາຍຕົວ ທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນ ຕໍ່ປີໃນໄລຍະ 4 ປີ ທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດ ຢູ່ໃນເວລານີ້ ແລະຍັງຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)ມີມູນຄ່າລວມກວ່າ 597,682 ຕື້ກີບ ຄິດສະເລ່ຍຕໍ່ຫົວປະຊາຊົນລາວ ທີ່ລະດັບ 23.82ລ້ານກີບ ຫຼື 2,978 ຕໍ່ຄົນໃນປີ 2020. ຫາກແຕ່ວ່າ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ກໍຈະຕ້ອງນຳໃຊ້ເງິນທຶນ ບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ໂດຍຄິດເປັນ 29ເປີເຊັນ ຂອງ GDP.

ແຫຼ່ງຂ່າວ: ວິທະຍຸສຽງອາເມລິກາ

2 COMMENTS

  1. ເສດຖະກິດຂອງຊາດຈະຂະຫຍາຍໂຕ ແລະ ເຂັ້ມແຂງໃນເມື່ອຄວາມສະມັກຄີພາຍໃນຊາດເປັນປຶກແຜ່ນ (ມີຄວາມເປັນເອກະພາບພາຍໃນ)ຮູ້ແບ່ງມັນປັນສ່ວນກັນ ແຕ່ສູນກາງ ລົງຮອດທ້ອງຖິ່ນໃຫ້ມີຄວາມສອດຄ່ອງຖືກຕ້ອງ ຕາມລຳດັບ ເສດຖະກິດຂອງຊາດສຸດຂະຫຍາຍຕົວໄວ

  2. ຂໍຊົມເຊີຍ ແລະ ຢາກໃຫ້ເປັນນາມປະທຳໃນອະນາຄົດອັນໃກ້ນີ້

Comments are closed.