spot_img
Homeຂ່າວທ້ອງຖິ່ນຄະນະຜູ້ແທນລາວ ເຂົ້າຮ່ວມພິທີປົງອັດຖິ ທະຫານອາສາສະໜັກ ຢູ່ ສສ ຫວຽດນາມ

ຄະນະຜູ້ແທນລາວ ເຂົ້າຮ່ວມພິທີປົງອັດຖິ ທະຫານອາສາສະໜັກ ຢູ່ ສສ ຫວຽດນາມ

Published on

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ສີທາ ດວງມາລາ ຕາງໜ້າຄະນະປະຕິບັດງານ ພິເສດລັດຖະບານ ແຫ່ງ ສປປລາວ ພ້ອມດ້ວຍຜູ້ຕາງ​ໜ້າ​ຈາກ 3 ແຂວງຄື: ແຂວງຊຽງຂວາງ, ໄຊສົມບູນ ​ແລະ ແຂວງວຽງຈັນ ພ້ອມຄະນະ ໄດ້ເດີນທາງໄປຮ່ວມພິທີປົງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ ປະຈໍາສົກປີ 2016-2017 ທີ່ເມືອງ ຫງິລົກ ແຂວງເຫງະອານ ສສ ຫວຽດນາມ.

ການເດີນທາງ ເພື່ອນຳອັດຖິໄປປົງທີ່ເມືອງຫງິລົກນີ້ ໄດ້ຜ່ານບັນດາເມືອງຂອງ ແຂວງຊຽງຂວາງ ແລະ ບັນດາເມືອງຂອງ ແຂວງເຫງະອານ ເຊິ່ງໄດ້ຈັດພິທີຈູດທູບໄຫວ້ອາໄລ ເຖິງດວງຍິນຍານຂອງບັນດາ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢ່າງສົມກຽດ  ເຊິ່ງຂຸດຄົ້ນຊອກຄົ້ນທ້ອນໂຮມໄດ້ໃນ 3 ແຂວງຂອງ ສປປ ລາວ ຄື: ແຂວງຊຽງຂວາງ ສາມາດຂຸດຄົ້ນທ້ອນໂຮມໄດ້ 90 ອັດຖິ, ແຂວງໄຊສົມບູນໄດ້ 9 ອັດຖິ, ແຂວງວຽງຈັນໄດ້ 5 ອັດຖິ ລວມທັງໝົດ 104 ອັດຖິ.
ແຫລ່ງຂ່າວຈາກ: www.kpl.gov.la

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...