spot_img
Homeຂ່າວພາຍ​ໃນປະທານປະເທດ ສປປ ລາວເຜີຍການກໍ່ສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ນຳເອົາໂອກາດການພັດທະນາມາສູ່ບັນດາປະເທດກຳລັງພັດທະນາ

ປະທານປະເທດ ສປປ ລາວເຜີຍການກໍ່ສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ນຳເອົາໂອກາດການພັດທະນາມາສູ່ບັນດາປະເທດກຳລັງພັດທະນາ

Published on

ຕາມຂ່າວ CRI: ວັນທີ 11 ພຶດສະພານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດສຳພາດ ສື່ມວນຊົນຈີນເປັນຕົ້ນວິທະຍຸສາກົນແຫ່ງປະເທດຈີນ ຫລື CRI ແລະອື່ນໆໂດຍກ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນໄດ້ນຳໂອກາດການພັດທະນາມາສູ່ ບັນດາປະເທດກຳລັງພັດທະນາລວມທັງ ສປປ ລາວ ໂດຍຈະນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນປະເທດຕ່າງໆ. ສປປ ລາວ ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະໝັ້ນໃຈສູງຕໍ່ການຮ່ວມມືລະຫວ່າງລາວ-ຈີນພາຍໃຕ້ຂອບ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”.
   ເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ຈະຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 14-15 ພຶດສະພານີ້ ໂດຍທ່ານ ບຸນຍັງ ວໍລະຈິດ ໄດ້ຮັບຄຳເຊີນເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວ. ແລະໃນໂອກາດນີ້ ທ່ານ ບຸນຍັງ ກໍໄດ້ກ່າວວ່າ, ໃນໄລຍະຈັດເວທີປຶກສາຫາລື, ກະຊວງແຜນການແລະການລົງທຶນ ແຫ່ງ ສປປ ລາວ ແລະຄະນະກໍາມະການພັດທະນາແລະປະຕິຮູບແຫ່ງຊາດຈີນ ຈະລົງນາມໃນແຜນແມ່ບົດກ່ຽວກັບການຊຸກຍູ້ການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງລະຫວ່າງລາວແລະຈີນ ທ່ານ ບຸນຍັງ ຍັງໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ: 

 “ໃນຍຸກແຫ່ງໂລກາພິວັດແລະການເຊື່ອມໂຍງກັນທີ່ເຕັມໄປດ້ວຍກາລະໂອກາດ ແລະສິ່ງທ້າທາຍ, ອາດຈະບໍ່ມີປະເທດໃດຈະສາມາດແກ້ໄຂບັນຫາຕ່າງໆໄດ້ໂດຍລໍາພັງ. ການຮ່ວມມືກັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນຄວາມເປັນຈິງຂອງຍຸກສະໄໝ. ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໄດ້ເພີ່ມຄວາມໃກ້ຊິດສະໜິດແໜ້ນແລະເຊື່ອມຈອດທັງໃນແລະລະຫວ່າງພາກພື້ນ,ທັງເປີດໂອກາດໃຫ້ບັນດາປະເທດກໍາລັງພັດທະນາ, ໃນນັ້ນ, ກໍ່ມີສປປລາວໄດ້ສາມາດປັບປຸງພື້ນຖານໂຄງລ່າງໂດຍນໍາໃຊ້ທ່າແຮງແລະແຫລ່ງທຶນຈາກຂໍ້ລິເລີ່ມຂອງ ສປ ຈີນ. ເຊື່ອໝັ້ນວ່າຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງຈະນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນຂອງບັນດາປະເທດທີ່ເຂົ້າຮ່ວມລວມທັງ ສປປ ລາວຢ່າງແທ້ຈິງ.


   ທ່ານ ບຸນຍັງ ເນັ້ນວ່າ: ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແທດເໝາະກັບນະໂຍບາຍ ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ກັບບັນດາປະເທດໃກ້ຄຽງແລະ ພາກພື້ນຂອງ ສປປ ລາວ ສູງທີ່ສຸດ ໂດຍ ໂຄງການທາງລົດໄຟລາວ-ຈີນທີ່ພວມກໍ່ສ້າງນັ້ນເປັນ ຂໍກະແຈສຳຄັນໃນການບັນລຸນະໂຍບາຍດັ່ງກ່າວຂອງ ສປປ ລາວ. ຂະນະດຽວກັນ ທ່ານ ຍັງໄດ້ ກ່າວວ່າ: 

“ສປປ ລາວ ມີທ່າແຮງຫຼາຍໆດ້ານທັງເປັນທາງຜ່ານໄປສູ່ຕາເວັນອອກສຽງໃຕ້, ພ້ອມດຽວກັນ, ຂ້າພະເຈົ້າກໍ່ເຫັນວ່າ ສປ ຈີນ ຊຶ່ງມີຄວາມພ້ອມທາງດ້ານທຶນຮອນ, ບຸກຄະລາກອນ, ເຕັກໂນໂລຊີ ສາມາດສືບຕໍ່ສະໜັບສະໜູນ ສປປ ລາວພວກຂ້າພະເຈົ້າ ໃນການປະຕິບັດ ໂຄງການພັດທະນາຕ່າງໆ ເປັນຕົ້ນດ້ານໂຄງລ່າງ ແລະທຶນຮອນແນໃສ່ບັນລຸເປົ້າໝາຍ ການພັດທະນາປະເທດຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າໂຄງການທາງລົດໄຟ ລາວ-ຈີນ ທີ່ເປັນຜົນສໍາເລັດຂໍ້ລິເລີ່ມ“ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຈະປະກອບສ່ວນຢ່າງແຂງ ແຮງໃຫ້ ສປປ ລາວ ສາມາດເຊື່ອມຈອດດ້ານການປະສານງານທາງນະໂຍບາຍ, ດ້ານພື້ນຖານ ໂຄງລ່າງ, ດ້ານເສດຖະກິດ, ການຄ້າທີ່ສະດວກ, ການເຊື່ອມໂຍງທາງເງິນທຶນ ແລະເຊື່ອມ ຄວາມສຳພັນໄມຕີລະຫວ່າງປະຊາຊົນ ກໍ່ຄືຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມຈອດ ກັບບັນດາປະເທດໃກ້ຄຽງ ແລະພາກພື້ນ.”

ທ່ານ ບັນຍັງ ກ່າວຕື່ມວ່າ: ສປປ ລາວ ໝັ້ນໃຈຕໍ່ການຮ່ວມມືລະຫວ່າງ ລາວ-ຈີນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະຈະປະກອບສ່ວນ ສົ່ງເສີມການເຊື່ອມຈອດກັນຂອງອາຊຽນກໍຄືການພັດທະນາຂອງພາກພື້ນ. ໂດຍທ່ານ ກ່າວວ່າ:

“ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງ ເສັ້ນທາງ” ,ຕະຫລອດ3ປີທີ່ຜ່ານມາ, ສປປ ລາວໄດ້ສາມາດປັບປຸງພື້ນຖານໂຄງລ່າງໂດຍນໍາ ໃຊ້ທ່າແຮງແລະແຫລ່ງທຶນຈາກຂໍ້ລິເລີ່ມຂອງ ສປ ຈີນ,ເຊັ່ນ:ກອງທຶນເສັ້ນທາງສາຍໄໝ, ທະນາຄານ ເພື່ອການລົງທຶນພື້ນຖານໂຄງລ່າງອາຊີແລະອື່ນໆ.ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມ ການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອນຳຜົນປະໂຫຍດມາສູ່ພາກພື້ນ ແລະ ສົ່ງເສີມການເຊື່ອມຈອດກັນຂອງ ບັນດາປະເທດ ຕາມແລວທາງ.”

  ນອກຈາກນີ້, ທ່ານບຸນຍັງເຫັນວ່າ, ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຈະຊ່ວຍເພີ່ມເຮັດ ໃຫ້ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ຂະບວນການເຊື່ອມໂຍງອາຊຽນເຂົ້າເປັນ ອັນໜຶ່ງອັນດຽວໄດ້ຮັບການພັດທະນາໃຫ້ໄວຂຶ້ນ. ໂດຍທ່ານກ່າວວ່າ:

 “ຂອບການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງເປັນຂອບການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ 5 ປະເທດ: ກຳປູເຈຍ, ສປປ ລາວ, ສສ.ມຽນມາ, ໄທ ແລະ ຫວຽດນາມ ຊຶ່ງເປັນສະມາຊິກອາຊຽນ ຮ່ວມກັບ ສປ ຈີນ. ສ່ວນຂະບວນການເຊື່ອມໂຍງອາຊຽນເຂົ້າເປັນອັນໜຶ່ງອັນດຽວ ກໍ່ເປັນແຜນຂອງ ອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາລວມທັງ ສປ ຈີນ.ທັງສອງຂອບການຮ່ວມມືນີ້ ແມ່ນການຮ່ວມມືທີ່ແນໃສ່ ການພັດທະນາຢູ່ແຕ່ລະປະເທດ ແລະ ມັນຊ່ວຍສົ່ງເສີມຊຶ່ງກັນແລະກັນແຕ່ບໍ່ແມ່ນການຮ່ວມມືທີ່ຕັດແຍກອອກຈາກກັນ. ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ກໍ່ເປັນອັນຊ່ວຍເສີມທີ່ຈະເຮັດໃຫ້ສອງຂອບການຮ່ວມມືດັ່ງກ່າວ ໄດ້ຮັບການພັດທະນາໃຫ້ໄວຂຶ້ນ ໂດຍສະເພາະແມ່ນການເຊື່ອມໂຍງຂອງບັນດາປະເທດໃນພາກພື້ນ ກໍ່ຄືລະຫວ່າງ ອາຊຽນ ແລະ ປະເທດແມ່ນ້ຳຂອງກັບ ສປ ຈີນ.”
ແຫລ່ງຂ່າວ: ວິທະຍຸສາກົນແຫ່ງປະເທດຈີນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...