ນໍ້າໄຫຼຊຸຝາຍທີ່ກຳລັງສ້າງ ພ້ອມອຸປະກອນກໍ່ສ້າງເສຍຫາຍໜັກ ທີ່ວຽງໄຊ ຢ້ານກະທົບກັບການປູກເຂົ້າໄກ່ນ້ອຍ

ອີງຕາມການລາຍງານຂອງປະຊາຊົນ ບ້ານນາວີດ (ຄຸ້ມນາພາ) ເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ ມື້ຄືນນີ້, ວັນທີ 12 ພຶດສະພາ 2017 ໄດ້ເກີດເຫດນໍ້ານອງໄຫຼຊຸ ອັນເນື່ອງມາຈາກມີຝົນຕົກແຮງ ເຮັດໃຫ້ນໍ້າໄຫຼຊຸເອົາຝາຍທີ່ຊາວບ້ານກຳລັງກໍ່ສ້າງຢູ່ເພພັງ ພ້ອມດ້ວຍອຸປະກອນການກໍ່ສ້າງເສຍຫາຍຢ່າງໜັກ ເຊິ່ງເບື້ອງຕົ້ນຍັງບໍ່ສາມາດປະເມີນໄດ້ວ່າເປັນມູນຄ່າເທົ່າໃດ ແຕ່ຄາດວ່າເສຍຫາຍຫຼາຍລ້ານ. ແລະທີ່ສຳຄັນແມ່ນ ຖ້າບໍ່ສາມາດກໍ່ສ້າງຝາຍໄດ້ທັນກ່ອນລະດູການເຮັດນາ ກໍອາດຈະສົ່ງຜົນສະທ້ອນກໍ່ການທຳການຜະລິດຂອງປະຊາຊົນໃນເຂດດັ່ງກ່າວຢ່າງຫຼີກລ້ຽງບໍ່ໄດ້.

ໃນຂະນະທີ່ມີຂໍ້ມູນບອກວ່າ ໃນເຂດດັ່ງກ່າວ(ເຂດລ້ອງນໍ້າສິມ)ເປັນເຂດທີ່ມີການປູກເຂົ້າໄກ່ນ້ອຍ ທີ່ເປັນເຂົ້າໜຽວທີ່ຫອມແຊບທີ່ສຸດຂອງລາວ ໄດ້ດີທີ່ສຸດ ແຊບທີ່ສຸດຂອງປະເທດອີກດ້ວຍ ເນື່ອງຈາກວ່າເຂົ້າໄກ່ນ້ອຍໃຊ້ເວລາໃນການຜະລິດດົນກວ່າເຂົ້າຊະນິດອື່ນ ຈຶ່ງຈຳເປັນຕ້ອງໄດ້ລົງມືປູກກ່ອນ.