spot_img
Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ

ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ

Published on

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜື່ງແລວທາງ ໜື່ງເສັ້ນທາງ” ທີ່ ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພຶດສະພາ 2017, ທີ່ ນະຄອນຫລວງ ປັກກິ່ງ ສປ. ຈີນ

ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜື່ງແລວທາງ ໜື່ງເສັ້ນທາງ” ຈະຖຶກຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງ ທ່ານ ສີ ຈິນຜິງ ປະທານປະເທດ ແຫ່ງ ສປ. ຈີນ ໄດ້ປະກາດຂໍ້ລິເລີ່ມ “ໜື່ງແລວທາງ ໜື່ງເສັ້ນທາງ” ຂຶ້ນໃນປີ 2013 ຊຶ່ງເປັນໜື່ງໃນການຈັດຕັ້ງປະຄິບັດນະໂຍບາຍ ການຕ່າງປະເທດ ແລະ ການທູດ ເສດຖະກິດໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໜື່ງແລວທາງ ໜື່ງເສັ້ນທາງ ແມ່ນຍຸດທະສາດທີ່ຜັນຂະຫຍາຍມາຈາກ ຂໍ້ລິເລີ່ມເສັ້ນທາງສາຍໄໜ, ເຊີ່ງໄດ້ປະຕິບັດແນວຄວາມຄິດການຮ່ວມມືແບບສັນຕິພາບ, ເປີດກ້ວາງກາລະໂອກາດ ແລກປ່ຽນຄວາມຮູ້ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຊອກຊ່ອງທາງແກ້ໄຂ ສະພາບເສດຖະກິດຂອງໂລກ ໃນປັດຈຸບັນ ແລະ ວາງແນວທາງເສດຖະກິດໃນອານາຄົດ, ນະໂຍບາຍການເງິນ ແລະ ການພັດທະນາເສດຖະກິດ ແລະ ການເຊື່ອມຈອດກັນ ແລະ ສົ່ງເສີ່ມການເປັນຄູ່ຮ່ວມເພື່ອການພັດທະນາ ສ້າງຂະບວນໂລກາພິວັດ ໃຫ້ເປີດກ້ວາງ ແລະ ກວມລວມ ແລະ ແລກປ່ຽນບັນດາຂະບວນການວິວັດ ທີ່ເປັນຜົນປະໂຫຍດແກ່ທຸກຝ່າຍ.

ໃນໄລຍະການເຂົ້າຮ່ວມກອງປະຊຸມ ທ່ານ ບຸນຍັງ ວໍລະຈິດ ຈະເຊົ້າຮ່ວມພິທີເປີດ ເວທີປຶກສາຫາລືຂັ້ນສູງ, ກອງປະຊຸມໂຕະມົນ ຂອງບັນດາທ່ານຜູ້ນໍາ ວ່າດ້ວຍການປະສານສົມທົບ ດ້ານນະໂຍບາຍເພື່ອການເປັນຄູ່ຮ່ວມທີ່ໃກ້ຊິດກັນຂຶ້ນ ແລະ ວ່າດ້ວຍການຮ່ວມມືດ້ານການເຊື່ອມຈອດເພື່ອການພັດທະນາ ທີ່ຕິດພັນກັນ ແລະ ເຂົ້າຮ່ວມງານລ້ຽງອາຫານທ່ຽງເຮັດວຽກ ໃນຫົວຂໍ້ “ຄວາມຜູກພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ທີ່ ໃກ້ຊິດສະໜິດແໜ້ນ”

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຮູບພາບປະກອບຈາກ: google

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...