ສຸຂະພາບຈິດຂອງຄົນເຮົາມີຄວາມກ່ຽວຂ້ອງກັບສະພາບອາກາດໃນແຕ່ລະມື້

ທ່ານເຄີຍສັງເກດບໍ່ວ່າ ຫາກມື້ໃດທ້ອງຟ້າແຈ່ມໃສ ມີແສງແດດອ່ອນໆ ມື້ນັ້ນທ່ານຈະຮູ້ສຶກສົດຊື່ນ ອາລົມດີ ແຕ່ຫາກມື້ໃດຟ້າມືດຄຶ້ມຝົນຕົກ ທ່ານຈະຮູ້ສຶກຫົດຫູ່ໃນໃຈ ແລະ ຖ້າມື້ໃດອາກາດຮ້ອນອົບເອົ້າແຮງທ່ານຈະຮູ້ສຶກຫງຸດງິດງ່າຍ

ເລື່ອງດັ່ງກ່າວໄດ້ຮັບການຢືນຢັນຈາກ ມາກ ບີເຊີ ນັກວິຊາການ ແລະ ຜູ່ຊ່ຽວຊານດ້ານຈິດວິທະຍາຈາກມະຫາວິທະ ຍາໄລ Brigham Young ປະເທດສະຫະລັດທີ່ອອກຢືນຢັນວ່າເລື່ອງກ່າວເປັນຄວາມຈິງ ແລະ ພິສູດໄດ້ຕາມຫຼັກວິທະຍາສາດ

ອາດຟັງເບິ່ງແລ້ວມັນເປັນເລື່ອງເຫຼືອເຊື່ອ ແຕ່ນັກວິຊາການໄດ້ອະທິບາຍຈາກການສຶກສາຂໍ້ມູນຈາກກົມອຸຕຸນິຍົມວິທະຍາ ເຊັ່ນ: ລົມໜາວ, ປະລິມານນ້ຳຝົນ ແສງອາທິດ ຄວາມໄວ ແລະ ອຸນຫະພູມ ສິ່ງເຫຼົ່ານີ້ມີຜົນຕໍ່ສຸຂະພາບທາງຈິດໃຈຂອງຜູ່ຄົນ ໂດຍສະເພາະທາງສະຫະລັດເຊິ່ງຮຽກໄດ້ວ່າມີຂໍ້ມູນສຳຄັນທີ່ໃຊ້ຄວບຄູ່ໃນການໃຫ້ຄຳປຶກສາດ້ານຈິດວິທະນາ ແລະ ສຸຂະພາບຈິດຂອງປະຊາຊົນພ້ອມ.

ຂໍ້ມູນຈາກ: Spokedark