ອາເມລິກາຟົດສະໜັ່ນ ທຣໍ້າ ປົດຜູ້ອຳນວຍການ FBI

ທ່ານ ໂດໂນ່ ທຣໍ້າ ປະທານາທິບໍດີ ສ.ອາເມລິກາ (ຊ້າຍ), ທ່ານ ເຈມ ຄໍມີ (ອະດີດ) ຜູ້ອຳນວຍການ ເອັຟບີໄອ (ຂວາ), ຮູບ: AP

ສຳນັກຂ່າວແລະບີບີຊີລາຍງານກະແສວິຈານໂດ່ງດັງກໍລະນີ ທ່ານ ໂດໂນ່ ທຣໍ້າ ປະທານາທິບໍດີສະຫະລັດອາເມລິກາ ສັ່ງປົດທ່ານ ເຈມ ຄໍມີ ພົ້ນຕຳແໜ່ງຜູ້ອຳນວຍການສຳນັກງານສອບສວນກາງ ຫຼື ເອັຟບີໄອ ດ້ວຍເຫດຜົນເຮັດວຽກບໍ່ດີ ແຕ່ການປົດຄັ້ງນີ້ຖືກເບິ່ງວ່າ ທ່ານທຣໍ້າເຮັດເກີນຄວາມເໝາະສົມ ເນື່ອງຈາກເອັຟບີໄອເປັນໜ່ວຍງານທີ່ຜູ້ນຳປະເທດຈະບໍ່ແຊກແຊງ ເຮັດໃຫ້ເຖິງຂັ້ນມີການປຽບທຽບຍຸກຂອງ ຣິຊາດ ນິກສັນ ທີ່ເຄີຍສັ່ງປົດ ຜູ້ອຳນວຍການ ເອັຟບີໄອ ທີ່ກຳລັງສອບສວນຄະດີ ວໍເຕີເກດ.

ຈັງຫວະຂອງຄຳສັ່ງປົດຂອງ ທ່ານ ທຣໍ້າ ມີຂຶ້ນຫຼັງຈາກທ່ານ ຄໍມີ ຫາກໍແຈ້ງສະມາຊິກສະພາຜູ້ແທນອາເມລິກາວ່າ ໄດ້ແຫຼ່ງຂໍ້ມູນຫຼາຍຂຶ້ນຈາກກະຊວງຍຸຕິທຳ ເພື່ອສອບສວນກໍລະນີສົງໄສລັດເຊຍແຊກແຊງການເລືອກຕັ້ງສະຫະລັດ.

ນາງ ຊາຣາ ຮັກຄາບີ ແຊນເດີ ໂຄສົກທຳນຽບຂາວ ກ່າວວ່າ ປະທານາທິບໍດີຕັ້ງໃຈຈະປົດທ່ານ ຄໍມີ ຕັ້ງແຕ່ມື້ທຳອິດທີ່ໄດ້ຮັບຕຳແໜ່ງ ເພາະເຫັນວ່າ ຄວາມໜ້າເຊື່ອຖືຫຼຸດລົງເລື້ອຍໆ ຕັ້ງແຕ່ກໍລະນີສອບສວນເລື່ອງການໃຊ້ອີເມວສ່ວນຕົວຂອງ ທ່ານນາງ ຮິວລາຣີ ຄລິນຕັນ.

ເມື່ອຖາມເຖິງຂໍ້ສະເໜີໃຫ້ຕັ້ງໄອຍະການພິເສດມາເບິ່ງເລື່ອງການສອບສວນຂອງເອັຟບີໄອຕໍ່ຂໍ້ສົງໄສວ່າລັດເຊຍແຊກແຊງການເລືອກຕັ້ງເມື່ອປີກາຍ ນາງ ຊາຣາ ຮັກຄາບີ ກ່າວວ່າ ຄົງບໍ່ຈຳເປັນ ເພາະຄົງບໍ່ມີໃຜຢາກໃຫ້ເລື່ອງນີ້ຈົບແລະເສັດສິ້ນສົມບູນຫຼາຍກວ່າລັດຖະບານອີກແລ້ວ.

ດ້ານບັນດາສະມາຊິກພັກເດໂມແຄຣດ ຝ່າຍຄ້ານ ຕ່າງວິຈານວ່າ ທ່ານ ຄໍມີ ຖືກປົດຍ້ອນສອບສວນເລື່ອງຄວາມສົງໄສລັດເຊຍແຊກແຊງຢູ່ບໍ່ເຊົາຈັກເທື່ອ.

ທ່ານນາງ ຮິວລາຣີ ຫາກໍກ່າວຂໍໂທດທ່ານ ຄໍມີ ວ່າເປັນສາເຫດໜຶ່ງທີ່ເຮັດໃຫ້ເຂົາບໍ່ຊະນະການເລືອກຕັ້ງ ເພາະຕອນທີ່ໃກ້ຈະຮອດມື້ປ່ອນບັດ ອອກມາເວົ້າວ່າພົບຫຼັກຖານໃໝ່ເລື່ອງອີເມວ ຈົນເຮັດໃຫ້ສະຖານະການພິກປິ້ນ ແຕ່ພໍຫຼັງຈາກນັ້ນພັດບອກວ່າກວດສອບແລ້ວບໍ່ມີຫຍັງ.

ຂະນະທີ່ຄົນໃນສຳນັກງານເອັຟບີໄອ ເບິ່ງວ່າ ກໍລະນີຂອງທຣໍ້າບໍ່ເຖິງຂັ້ນກັບທຽບເທົ່າກັບສະໄໝປະທານາທິບໍດີ ນິກສັນ ເພາະຕອນທີ່ທ່ານນິກສັນປົດທ່ານ ອາຄິລານ ຄັອກ ພົ້ນຈາກຜູ້ອຳນວຍການ ເອັຟບີໄອ ເພາະຢ້ານວ່າຄະດີວໍເຕີເກດຈະຖືກເປີດເຜີຍ ແຕ່ທີ່ທ່ານ ທຣໍ້າ ປົດທ່ານ ຄໍມີ ໜ້າຈະຍ້ອນບໍ່ພໍໃຈທີ່ບໍ່ຊ່ວຍເຄລຍຂໍ້ສົງໄສ ທັງຍັງບໍ່ລ່ອງລອຍເລື່ອງທີ່ ທ່ານ ທຣໍ້າ ໂຈມຕີ ທ່ານ ບາຣັກ ໂອບາມາ ຜູ້ນຳຜູ້ກ່ອນ ເຄີຍສັ່ງໃຫ້ດັກຟັງໂທລະສັບທີ່ຕຶກທຣໍ້າ ທາວເວີ.

ທ່ານ ຄໍມີ ກຳລັງຍ່າງຢູ່ໜ້າເຮືອນຂອງລາວ ຮູບ: AP

ແຫຼ່ງຂ່າວ: ຂ່າວສົດ