spot_img
Homeວັນນະກຳວັນວິສາຂະບູຊາ

ວັນວິສາຂະບູຊາ

Published on

ວັນວິສາຂະບູຊາ ຂຶ້ນ ໑໕ ຄ່ຳ ເດືອນ ໖
ເປັນວັນສຳຄັນຂອງພຣະພຸທທະສາສນາອີກວັນໜຶ່ງ ແລະເປັນວັນສຳຄັນສາກົນ ຂອງຊາວພຸທທົ່ວໂລກ

ວັນວິສາຂະບູຊາ ຫຍໍ້ມາຈາກ “ວິສາຂະປຸຣະມະນີບູຊາ” ແປວ່າ: “ການບູຊາໃນວັນເພັງເດືອນວິສາຂະ” ຖ້າປີໃດມີອະທິກະມາດ ຄື: ມີເດືອນ 8 ສອງຫົນ ກໍເລື່ອນໄປເປັນກາງເດືອນ 7. ວັນວິສາຂະບູຊາ ເປັນວັນສໍາຄັນຍິ່ງໃນທາງພຣະພຸດທະສາສະໜາເພາະເປັນວັນທີ່ ພຣະພຸດທະເຈົ້າປຣະສູດ ຄືເກີດ ໄດ້ຕັດສະຮູ້ ຄືສຳເລັດ ໄດ້ປະຣິນິພານ ຄືດັບ ເກີດຂຶ້ນກົງກັນທັງ 3 ວາລະຄື:

  1. ປຣະສູດ” ເມື່ອວັນເພັງເດືອນ 6 ກົງກັບວັນສຸກ ຂຶ້ນ 15 ຄໍ່າ ປີຈໍ ກ່ອນ ພສ 80 ປີ ເປັນປຣະສູດຂອງເຈົ້າຊາຍ ສິດທັດທະ ໃຕ້ຕົ້ນສາລະ ທີ່ລຸນພິນີສະຖານ.
  2. ຕັດສະຮູ້” ເມື່ອເຈົ້າຊາຍສິດທັດທະ ຊົງຜະນວດໄດ້ 6 ປີພຣະຊົນມາຍຸ 35 ພັນສາ ຊົງຕັດສະຮູ້ ໃຕ້ຮົ່ມໄມ້ສີມະຫາໂພ ຝັ່ງແມ່ນໍ້າເນຣັນຊະລາ ເມືອງ ອຸຣຸເວລາເສນານິຄົມ ໃນຕອນເຊົ້າມື້ວັນພຸດ ຂຶ້ນ 15 ຄໍ່າ ເດືອນ 6 ປີລະກາ ກ່ອນ ພສ 45 ປີ.
    ການຕັດສະຮູ້ ອະຣິຍະສັດ 4 ຄືຂອງແທ້ອັນປະເສີດ 4 ປະການ ຂອງພຣະພຸດທະເຈົ້າເປັນການຕັດສະຮູ້ອັນສຸດຍອດ ບໍ່ມີຜູ້ປຽບປານ ວັນຕັດສະຮູ້ຂອງພຣະພຸດທະເຈົ້າ ຈຶ່ງຈັດເປັນວັນສຳຄັນ ເພາະເປັນວັນໃຫ້ກໍາເນີດມີ ພຣະພຸດທະເຈົ້າ ຂຶ້ນໃນໂລກ. ທັມທີ່ພຣະພຸດທະອົງຊົງຕັດສະຮູ້ ອະຣິຍະສັດ 4 ໄດ້ແກ່:
    ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍບໍ່ສະບາຍໃຈ.
    2. ສະມຸໄທ ຄື ເຫດທີ່ເຮັດໃຫ້ເກີດທຸກ.
    3. ນິໂຣດ ຄື ຄວາມດັບທຸກ.
    4. ມັກ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບແຫ່ງທຸກ.

ທັງ 4 ຂໍ້ນີ້ຖືເປັນສັດຈະທຳ ເອີ້ນວ່າ: ອະຣິຍະສັດ ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າຊົງຄົ້ນພົບ ເປັນສັດຈະທໍາຊັ້ນສູງ ປະເສີດກວ່າສັດຈະທໍາສາມັນທົ່ວໄປ.

  1. ປະຣິນິພານ” ຫຼັງຈາກຕັດສະຮູ້ແລ້ວ ໄດ້ປະກາດພຣະສາສະໜາ ແລະ ໂປດເວໄນຍະສັດ ເປັນໄລຍະເວລາ 45 ພັນສາພຣະຊົນມາຍຸໄດ້ 80 ພັນສາ ກໍສະເດັດດັບຂັນທະປະຣິນິພານ ເມື່ອວັນອັງຄານ ຂຶ້ນ 15 ຄໍ່າ ເດືອນ 6 ປີ ມະເສັງ ທີ່ ສາລະວະໂນທະຍານ ຂອງມັດລະກະສັດ ເມືອງກຸສິນາຣາ ແຄ້ວນມັດລະ. ການປະຣິນິພານຂອງພຣະພຸດທະເຈົ້າ ນັບໄດ້ວ່າເປັນການສູນເສຍດວງປະທິບຂອງໂລກ ເປັນການສູນເສຍຄັ້ງຍິ່ງໃຫຍ່ ແລະ ຄັ້ງສຳຄັນຂອງຊາວພຸດທົ່ວໄປມີຄວາມເສົ້າສະຫຼົດໃຈ ແລະ ອາໄລສຸດຈະພັນລະນາ. ພຣະພຸດທະອົງໄດ້ຊົງສະແດງປັດສິມໂອວາດກ່ອນປະຣິນິພານວ່າ: “ເບິ່ງກ່ອນ ພິກຂຸທັງຫຼາຍ ອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນ ແລະ ປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ” ຫຼັງຈາກນັ້ນກໍສະເດັດດັບຂັນປະຣິນິພານໃນຣາຕີເພັງເດືອນ 6 ນັ້ນ.
    ນັບວ່າເປັນເລື່ອງອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດຂອງພຣະສຳມາສຳພຸດທະເຈົ້າ ເຊິ່ງມີໄລຍະເວລາຫ່າງກັນນັບຫຼາຍສິບປີບັງເອີນເກີດຂຶ້ນໃນວັນເພັງເດືອນ 6 ດັ່ງນັ້ນເມື່ອເຖິງວັນສຳຄັນຢ່າງນີ້ ຊາວພຸດທັງບັນພະຊິດ ແລະ ຄະລືຫັດໄດ້ພ້ອມໃຈກັນປະກອບພິທີບູຊາພຣະພຸດທະອົງ ເປັນກໍລະນີພິເສດ ເພື່ອນ້ອມລຳນຶກເຖິງພຣະກະລຸນາທິຄຸນ ພຣະປັນຍາທິຄຸນ ແລະ ພຣະບໍລິສຸດທິຄຸນ ຂອງພຣະອົງ ຜູ້ເປັນດວງປະທິບຂອງໂລກ.

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...