spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ຂໍ້ງ່າຍໆໃນການດູແລສຸຂະພາບ ແລະ ຄວາມງາມ

4 ຂໍ້ງ່າຍໆໃນການດູແລສຸຂະພາບ ແລະ ຄວາມງາມ

Published on

ນອກຈາກຈະໃຊ້ຊີວິດໃຫ້ຄຸ້ມຄ່າເກີດມາແລ້ວ ເຮົາຕ້ອງດູແລສຸຂະພາບກາຍ ແລະ ຈິດໃຈ ໃຫ້ດີອີກດ້ວຍ ແນ່ນອນວ່າການອອກກຳລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດນັ້ນ ຈະເຮັດໃຫ້ເຮົາມີສຸຂະພາບທີ່ແຂງແຮງປາສະຈາກໂຣກໄພ ປ່ວຍເຈັບໄຂ້ຍາກ ນັ້ນກໍ່ຄືລາບອັນປະເສີດອີກຂໍ້ໜຶ່ງທີ່ທຸກຄົນຕ້ອງການມີ ແຕ່ຈະບໍ່ມີໃຜມອບໃຫ້ເຮົາໄດ້ນອກຈາກເຮົາຕ້ອງເຮັດມັນຂຶ້ນມາເອງ ໃນຄໍລຳ ສຸຂະພາບມື້ນີ້ ແອັດມິນເລີຍມີ 4 ຂໍ້ງ່າຍໆມາໃຫ້ທຸກຄົນໄດ້ປະຕິບັດຖ້າຢາກເປັນຄົນທີ່ມີສຸຂະພາບແຂງແຮງ ແລະ ມີຄວາມງາມ ເຊິ່ງຈະມີຂໍໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

  1. ຕ້ອງກິນອາຫານເຊົ້າທຸກມື້ຢ່າໄດ້ຂາດ ເພາະອາຫານເຊົ້າແມ່ນຄາບທີ່ສຳຄັນຕໍ່ຮ່າງກາຍຫຼາຍ ແລະ ອາຫານແຕ່ລະຄາບເຂົ້າຕ້ອງກິນຄົບສານອາຫານທັງຫ້າໝູ່
  2. ດື່ມນ້ຳໃຫ້ຫຼາຍໆຕໍ່ມື້ ເພາະນ້ຳຊ່ວຍລະບາຍຂອງເສຍອອກຈາກຮ່າງກາຍ ແລະ ຍັງມີປະໂຫຍດຕໍ່ລະບົບຕ່າງໆໃນຮ່າງກາຍ
  3. ໝັ່ນອອກກຳລັງກາຍເປັນປະຈຳ ເພື່ອຈະເຮັດໃຫ້ຮ່າງກາຍແຂງແຮງ
  4. ພັກຜ່ອນໃຫ້ພຽງພໍ ເພື່ອຈະຊ່ວຍໃຫ້ສຸຂະພາບຮ່າງກາຍ ແລະ ຈິດໃຈສົດຊື່ນມີຊີວິດຊີວາ

ເຮັດສີ່ຂໍ້ນີ້ເປັນປະຈຳຮັບຮອງວ່າທ່ານຈະໄດ້ຮັບຜົນລັບທີ່ໜ້າພໍໃຈ ຕ້ອງລອງເຮັດແລ້ວຈິ່ງຈະຮູວ່າແອັດມິນບໍ່ໄດ້ເວົ້າເກີນຄວາມຈິງ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...