Homeຂ່າວທ້ອງຖິ່ນອົງການ​ກວດ​ສອບ​ແຫ່ງ​ລັດເລັ່ງກວດສອບກວ່າ 600 ເປົ້າໝາຍໃຫ້ສຳເລັດ

ອົງການ​ກວດ​ສອບ​ແຫ່ງ​ລັດເລັ່ງກວດສອບກວ່າ 600 ເປົ້າໝາຍໃຫ້ສຳເລັດ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 4 ພຶດສະພາ 2017 ທີ່ຜ່ານມາວ່າ ໃນ​ທິດ​ທາງ​ແຜນການ ນັບ​ແຕ່​ປີ 2017-2021 ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ວາງ​ເປົ້າ​ການກວດ​ສອບ​ ໃຫ້​ຄົບ​ຖ້ວນ ​ແລະ ທົ່ວ​ເຖິງ ​ໃນ​ອົງການ​ຈັດ​ຕັ້ງ​ ຂອງ​ລັດ​ແຕ່​ຂັ້ນ​ສູນ​ກາງ, ບັນດາ​ກະຊວງ, ຂະ​ແໜງການ, ຫົວໜ່ວຍທຸລະ​ກິດ, ທະນາຄານ​ລັດ, ​ນັບ​ທັງໂຄງການ​ເງິນ​ກູ້​ຢືມ ​ແລະ ຊ່ວຍ​ເຫລືອ​ລ້າ ຈາກ​ຕ່າງປະ​ເທດ ​ເຊິ່ງຈະ​ໃຫ້​ສຳ​ເລັດ​ເກືອບ 600 ​ເປົ້າໝາຍ. ທັງ​ນີ້ ​ເພື່ອ​ຊ່ວຍ​ໃຫ້​ສະພາ​ແຫ່ງ​ຊາດ ແລະ ລັດຖະບານ ສາມາດ​ເກັບ​ກູ້​ເງິນ​ຄືນ ​ເຂົ້າ​ງົບປະມານ​ແຫ່ງ​ຊາດ ​ໃຫ້​ຫລາຍ​ກວ່າ​ເກົ່າ.

ທ່ານ ນາງ ວຽງທອງ ສີ​ພັນ​ດອນ ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ຢືນຢັນ​ຈະ​ລົງ​ເລິກການກວດ​ສອບ ​ດ້ານ​ລາຍ​ຮັບ ​ແລະ ລາຍ​ຈ່າຍ ງົບປະມານ​ຂອງ​ລັດ, ກວດ​ສອບ​ປະສິດທິພາບ-​ປະສິດທິ​ຜົນ ການ​ເຄື່ອນ​ໄຫວຂອງ​ລະບົບທະນາຄານ ​ແລະ ທຸລະ​ກິດ​ລັດ, ລວມທັງ​ບັນດາ​ຄາດໝາຍ​ເສດຖະກິດ​ມະຫາ​ພາກ ແລະ ຫົວ​ຂໍ້​ສະ​ເພາະ​ ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ຢ່າງ​ໃດ​ກໍ​ຕາມ ​ໃນ 5 ປີຕໍ່ໜ້າຈະ​ໃຫ້​ສາມາດ​ກວດ​ສອບ ການ​ເຊື່ອມຕໍ່ຂໍ້​ມູນທາງ​ດ້ານ ການ​ບັນຊີ-​ການ​ເງິນ ກັບ​ກະຊວງ​ການ​ເງິນ, ພ້ອມ​ທັງ​ສ້າງ​ນັກ​ກວດ​ສອບ ​ໃຫ້​ມີ​ຄຸນ​ນະພາ​ບ ດ້ວຍ​ການ​ພັດທະນາ​ຫລັກສູດ ການ​ຮຽນ-​ການ​ສອນ ​ໃຫ້​ພະນັກງານ​ ແຕ່ລະ​ຂັ້ນ ​ໂດຍ​ສະ​ເພາະ​ຂັ້ນ​ພະ​ແນ​ກ, ພະນັກງານ​ວິຊາ​ການ ​ແລະ ພະນັກງານ​ຝຶກ​ງານ ໃຫ້​ບັນລຸ 95%.

ສຳລັບການກວດ​ສອບ​ ດ້ານ​ລາຍ​ຮັບ ​ແລະ ລາຍ​ຈ່າຍ ຈະ​ລົງ​ເລິກ​ຂະ​ແໜງພາສີ​-ອາກອນ ຕາມ​ສາຍ​ຕັ້ງ​ ໃນ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ລາຍ​ຮັບ​ວິຊາ​ການ, ກອງ​ທຶນ​ລັດ, ລາຍ​ຮັບ​ຈາກ​ທີ່​ດິນ, ຊັບ​ສິນ​ຂອງ​ລັດ ​ແລະ ລາຍ​ຮັບ​ຈາກ​ການ​ຄຸ້ມ​ຄອງ ລັດ​ວິ​ສາ​ຫະກິດ​ປະກັນ​ໄພ. ​ໃນ​ຂະນະ​ດຽວກັນ ຈະ​ເນັ້ນ​ກວດ​ສອບ​ລາຍ​ຈ່າຍ​ ການ​ລົງທຶນ​ຂອງ​ລັດ, ການ​ບໍລິຫານ-​ຄຸ້ມ​ຄອງ, ການ​ຊຳລະໜີ້ສິນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ລວມທັງ​ການ​ປ່ອຍ​ສິນ​ເຊື່ອ ​ແລະ ລາຍ​ຈ່າຍ​ການ​ລົງທຶນ​ພັດທະນາ​ອື່ນໆ.

ຮຽບຮຽງຂ່າວຈາກ:ຣາຊະ​ວົງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...