Homeຂ່າວພາຍ​ໃນນາຍົກ ແລະ ຄະນະລັດຖະບານ ຊີ້ແຈງ ການແກ້ໄຂຄວາມທຸກຍາກ ຕ້ອງເຮັດໃຫ້ປະຊາຊົນມີຢູ່ມີກິນ

ນາຍົກ ແລະ ຄະນະລັດຖະບານ ຊີ້ແຈງ ການແກ້ໄຂຄວາມທຸກຍາກ ຕ້ອງເຮັດໃຫ້ປະຊາຊົນມີຢູ່ມີກິນ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ ແຈງຕໍ່ຄຳຊັກຖາມຂອງສະມາ ຊິກສະພາແຫ່ງຊາດ (ສສຊ) ໂດຍລະບຸວ່າເປົ້າໝາຍການ ພັດທະນາຢູ່ປະເທດເຮົາ ຕົ້ນຕໍ ແມ່ນເຮັດໃຫ້ປະຊາຊົນບັນດາ ເຜົ່າມີຢູ່ມີກິນ ຊຶ່ງລັດຖະ ບານ ໄດ້ສຸມງົບປະມານ ເພື່ອແກ້ ໄຂຄວາມທຸກຍາກຂອງປະຊາ ຊົນ ໂດຍທະລຸເສັ້ນທາງໃນເຂດ ຫ່າງໄກສອກຫຼີກ, ພ້ອມທັງ ແນະນຳວິທີທຳມາຫາກິນໃຫ້ ປະຊາຊົນ. ກອງປະຊຸມສະໄໝສາ ມັນ ເທື່ອທີ 3 ຂອງສະພາແຫ່ງ ຊາດ ຊຸດທີ VIII ເມື່ອວັນທີ 27 ເມສານີ້, ທ່ານ ທອງລຸນ ສີສຸ ລິດ ນາຍົກລັດຖະມົນຕີໄດ້ຂຶ້ນ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ຈຸດສຸມຂອງລັດຖະບານ ແມ່ນເນັ້ນໃສ່ບັນຫາແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໃນບັນດາເປົ້າໝາຍການລຶບ ລ້າງຄວາມທຸກຍາກທີ່ສະຫະ ປະຊາຊາດ (ສປຊ) ວາງອອກ ນັ້ນ ຕ້ອງບັນລຸ 3 ເປົ້າໝາຍຄື:

1. ແກ້ໄຂຄວາມບອບ ບາງຂອງເສດຖະກິດ.
2. ດັດສະນີການພັດທະ ນາຊັບພະຍາກອນມະນຸດ.
3. ອັດຕາການເພີ່ມຂຶ້ນ ລາຍຮັບຂອງລັດ ຫຼື ລາຍຮັບ ແຫ່ງຊາດ GNI ຕ້ອງບັນລຸ ຕາມເປົ້າໝາຍຂອງ ສປຊ ວາງອອກ ຊຶ່ງຜ່ານການສຳ ຫຼວດໃນປີ 2015-2016 ພວກ ເຮົາຍັງບໍ່ສາມາດບັນລຸຕາມ ສປຊ ຕັ້ງໄວ້ ຊຶ່ງພວກເຮົາຕ້ອງ ໄດ້ບຸກບືນອີກຫຼາຍແຕ່ນີ້ຮອດ ປີ 2020.

ທ່ານນາຍົກກ່າວອີກວ່າ: ພວກເຮົາບໍ່ຕ້ອງຕົກໃຈວ່າ ຮອດປີ 2020 ຈະສາມາດບັນ ລຸ ຫຼື ບໍ່ ເນື່ອງຈາກວ່າພວກເຮົາ ໄດ້ເອົາເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລ້ວ ແລະ ພວກເຮົາກໍມີ ບົດຮຽນແລ້ວ ແຕ່ຂໍແຈງໃຫ້ຮູ້ ວ່າການຫຼຸຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະ ນານັ້ນ ປະເທດນັ້ນໆ ບໍ່ໄດ້ ໝາຍຄວາມວ່າບໍ່ມີຄົນທຸກ ຍາກ, ບໍ່ມີຄອບຄົວທຸກຍາກ ແຕ່ກົງກັນຂ້າມປະເທດທີ່ພັດ ທະນາແລ້ວ ກໍຍັງມີຄົນທຸກ ຍາກ ແລະ ຄອບຄົວທຸກຍາກ, ຍັງມີຄົນເຫຼ່ຫຼ້ອນຂໍທານຢູ່.

ທ່ານນາຍົກກ່າວຢ້ຳວ່າ: ເປົ້າໝາຍການລຶບລ້າງຄວາມ ທຸກຍາກຂອງປະເທດເຮົາແມ່ນ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ, ເວລາເຈັບເປັນກໍໃຫ້ໄດ້ ຮັບການປິ່ນປົວ, ລູກຫຼານໄດ້ ເຂົ້າໂຮງຮຽນຕາມເກນອາຍຸ, ສ້າງເງື່ອນໄຂໃຫ້ປະຊາ ຊົນມີ ການຜະລິດກຸ້ມຕົນເອງ ແລະ ຍືນຍົງ, ບ້ານໃດ, ເມືອງໃດ ແລະ ຄອບຄົວໃດພົ້ນທຸກແລ້ວ ບໍ່ໃຫ້ກັບມາທຸກ ຍາກອີກ, ໃຫ້ ຫຼຸຸດລົງເລື້ອຍໆ ຊຶ່ງຖ້າຫາກວ່າ ຕັ້ງໜ້າເລັ່ງໃສ່ແຕ່ຄາດໝາຍ ຂອງ ສປຊ ຕັ້ງເປົ້າໄວ້ນັ້ນ ຕ້ອງໄດ້ຄຳນຶງເຖິງແຜນຂອງ ປະເທດເຮົາ ເນື່ອງຈາກວ່າ ພວກເຮົາຖືເອົາປະຊາຊົນເປັນ ຕົ້ນຕໍ, ແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ເຂົາເຈົ້າຮູ້ ຜະລິດ, ໃຫ້ເຂົາເຈົ້າຮູ້ຈັກຄ້າ ຂາຍ, ໃຫ້ເຂົາເຈົ້າຮູ້ຈັກສ້າງ ລາຍ ຮັບເພີ່ມຂຶ້ນເລື້ອຍໆ. ທ່ານນາຍົກລັດຖະມົນຕີ ກ່າວອີກວ່າ: ລັດຖະບານກຳ ລັງສຸມໃສ່ບັນດາແຂວງທີ່ມີໂຕ ເລກຄວາມທຸກຍາກສູງເຊັ່ນ: ຫົວພັນ, ຜົ້ງສາລີ, ອຸດົມໄຊ, ໄຊສົມບູນ ແລະ ເຊກອງ ຖືວ່າ ເປັນບັນດາແຂວງທີ່ມີໂຕເລກ ຄວາມທຸກຍາກສູງກວ່າໝູ່, ລັດຖະບານໄດ້ຈັດສັນງົບປະ ມານເຂົ້າໃນການພັດທະນາ ບັນດາເມືອງ ແລະ ບ້ານທີ່ທຸກ ຍາກພໍສົມຄວນ ແຕ່ກໍຍອມຮັບ ວ່າ ບໍ່ໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງທ້ອງຖິ່ນ ເນື່ອງ ຈາກວ່າງົບປະມານມີຈຳນວນ ຈຳກັດ ຊຶ່ງກ່ອນອື່ນຕ້ອງທະລຸ ເສັ້ນທາງໄປສູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ແລ້ວສ້າງ ເງື່ອນໄຂໃຫ້ປະຊາຊົນມີທາງ ອອກ, ຖ້າມີການຜະລິດກໍຕ້ອງ ມີຕະຫຼາດຈຳໜ່າຍ ເຮັດໃຫ້ ປະຊາຊົນເຂດຊົນນະບົດໄດ້ ເຂົ້າເຖິງຕະຫຼາດ, ເຂົ້າເຖິງແຫຼ່ງ ທຶນ ແລະ ສາມາດເຂົ້າເຖິງການ ສຶກສາ ແລະ ຝຶກອົບຮົມໃຫ້ເຂົາ ເຈົ້າຮູ້ຈັກທຳມາຫາກິນໃຫ້ດີຂຶ້ນ. ທ່ານນາຍົກກ່າວອີກວ່າ: ວິທີທາງທຳມາຫາກິນມີຄວາມ ສຳຄັນເປັນຢ່າງຍິ່ງ ຊຶ່ງສະເໜີ ໃຫ້ບັນດາແຂວງ, ເມືອງ, ພະ ນັກງານ-ລັດຖະກອນ, ເຈົ້າໜ້າ ທີ່, ສສຊ ແລະ ສສຂ ຕ້ອງຊ່ວຍ ກັນປັບປຸງວິທີທາງທຳມາຫາ ກິນຂອງປະຊາຊົນໃຫ້ໄດ້, ຖ້າ ວ່າພວກເຮົາບໍ່ແນະນຳ, ບໍ່ບອກ ສອນວິທີທຳມາຫາກິນໃຫ້ເຂົ້າ ເຈົ້າ, ຄວາມທຸກຍາກອາດກັບ ຄືນມາ ຊຶ່ງວິທີທຳມາຫາກິນນີ້ ຕ້ອງອີງໃສ່ຊັບພະຍາກອນ, ທ່າແຮງ, ກຳລັງແຮງງານຂອງ ຕົນ ເພື່ອທຳມາຫາກິນ ຊຶ່ງ ນອກຈາກຜະລິດກຸ້ມກິນໃນ ຄອບຄົວແລ້ວ ສາມາດຂາຍ ໄດ້, ໃນຂະນະດຽວກັນນັ້ນ ຂະ ແໜງການຄ້າ, ກະສິກຳ ແລະ ຄົມມະ ນາຄົມ ຕ້ອງລົງໄປ ຮອດໄປເຖິງ. ທ່ານນາຍົກລັດຖະມົນຕີ ຍັງຊີ້ແຈງອີກຫຼາຍບັນຫາ ເປັນ ຕົ້ນແມ່ນການສຳປະ ທານທີ່ ດິນຂອງນັກລົງທຶນ, ການຊົດ ເຊີຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບຈາກໂຄງການ ພັດທະນາຕ່າງໆ. ນອກຈາກນີ້ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ, ກະ ຊວງແຜນການ ແລະ ການລົງ ທຶນ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ກໍໄດ້ຂຶ້ນຕອບຄຳຊັກ ຖາມຂອງ ສສຊ.

ແຫລ່ງຂ່າວຈາາກ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...