spot_img
Homeຂ່າວທ້ອງຖິ່ນກົງສູນໃຫຍ່ ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະພາປະຊາຊົນແຂວງຫຼວງພະບາງ

ກົງສູນໃຫຍ່ ສປ ຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະພາປະຊາຊົນແຂວງຫຼວງພະບາງ

Published on

ໃນວັນທີ 19 ເມສາ 2017 ຜ່ານມາ ທີ່ຫ້ອງການສະພາປະຊາຊົນແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກຜູ້ແທນປະຊາຊົນ ກິ່ງແຂວງເວີນສານ  ແຂວງຢູນນານ ແຫ່ງສປ ຈີນ ໃຫ້ແກ່ສະພາປະຊາຊົນແຂວງຫຼວງພະບາງ ໂດ້ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງໃຫ້ກຽດມອບໂດຍ ທ່ານລີປາວ ກວາງ ຫົວໜ້າກົງສູນໃຫຍ່ແຫ່ງສປຈີນ ປະຈຳຫຼວງພະບາງ ຮັບໂດຍທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ

ເຄື່ອງທີ່ນຳມາຊ່ວຍເຫຼືອນັ້ນປະກອບມີ ຄອມພິວເຕີຕັ້ງໂຕະ ຈໍານວນ 9 ເຄື່ອງ, ເຄື່ອງປິ່ນເຕີ 8 ເຄື່ອງ, ຈັກກ໋ອບປີ 4 ເຄື່ອງ, ລົດຈັກ HONDA 5 ຄັນ, ລວມມູນຄ່າທັງໝົດ:120.000.000ກີບ ໃຫ້ແກ່ສະພາປະຊາຊົນແຂວງຫຼວງພະບາງ.

ຈາກນັ້ນ ທ່ານສາຍສະໝອນ ຄົມທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອຂອງກົງສູນໃຫຍ່ ສປຈີນ ຄັ້ງນີ້ ແລະໄດ້ມອບໃບຂອບໃຈ ໃຫ້ປະຊາຊົນກິ່ງແຂວງເວິນສານ ແຂວງຢູນນານຜ່ານທາງກົງສູນຕື່ມອີກ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...