spot_img
HomeBaby-ແມ່ແລະເດັກສິ່ງທີ່ແມ່ຖືພາຄວນຢຸດເຮັດ! ຖ້າບໍ່ຢາກໃຫ້ລູກເກີດມາສ່ຽງເປັນພິການ

ສິ່ງທີ່ແມ່ຖືພາຄວນຢຸດເຮັດ! ຖ້າບໍ່ຢາກໃຫ້ລູກເກີດມາສ່ຽງເປັນພິການ

Published on

ແມ່ຖືພາຕ້ອງເອົາໃຈໃສ່ຄົວເອງເປັນພິເສດ ທັງອາຫານການກິນກໍ່ສຳຄັນຄວນເລືອກກິນສິ່ງທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ລູກໃນທ້ອງທີ່ສຸດ ນອກຈາກນັ້ນແລ້ວຍັງມີຂໍ້ຫ້າມອີກຫຼາຍໆຢ່າງທີ່ຄົນຖືພາບໍ່ຄວນເຮັດ ເພື່ອລຸດຄວາມສ່ຽງທີ່ລູກເກີດມາຈະເປັນພິການ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດກໍ່ມີສິ່ງທີ່ແມ່ຖືພາຄວນຢຸດເຮັດ! ຖ້າບໍ່ຢາກໃຫ້ລູກເກີດມາສ່ຽງເປັນພິການ ມາຝາກ

ຖືພາແລ້ວຫ້າມຂາດສານໂຟເລດ

ປະໂຫຍດຂອງການກິນໂຟເລດຂອງແມ່ຖືພາ ສາມາດປ້ອງກັນຄວາມພິການແຕ່ກຳເນີດໄດ້ເກືອບທັງໝົດ ບໍ່ວ່າຈະເປັນຫຼອດປະສາດບໍ່ປິດ ໂຣກຫົວໃຈພິການແຕ່ກຳເນີດ ໂຣກປາກແຫວ່ງເພດານໂຫວ່ ແຂນຂາພິການແຕ່ກຳເນີດ

ຖືພາແລ້ວຫ້າມກິນຢາໂລເລ ເພາະຈະເປັນອັນຕະລາຍຕໍ່ລູກ

ຢາບາງຊະນິດອາດເປັນພິດຕໍ່ອະໄວຍະວະເພດຂອງລູກເຊັ່ນ: ຢາແອສໄພຣິນ, ຢາສະເຕັບໂຕໄມຊິນ ແລະ ຢາເພນນິຊິລິນ ເປັນຕົ້ນ ດັ່ງນັ້ນແມ່ຖືພາຕ້ອງລະວັງຫຼາຍ ໃນການກິນຢາ ໂດຍສະເພາະໃນໄລຍະ 3 ເດືອນ ທຳອິດ ກັບ ໄລຍະໃກ້ເກີດ

ຖືພາແລ້ວບໍ່ຄວນດື່ມເຫຼົ້າ ດື່ມເຄື່ອງດື່ມທີ່ມີສານແອລກໍຮໍ

ຫາກແມ່ຖືພາມັກດື່ມເຫຼົ້າເປັນປະຈຳ ຈະເຮັດໃຫ້ສ່ຽງເກີດການແທ້ງໄດ້ງ່າຍ ແລະ ລູກອາດຕາຍໃນລະຫວ່າງເກີດໄດ້ ຫຼື ອາດເປັນພິການ ອາດເປັນປັນຍາອ່ອນໄດ້

ຖືພາແລ້ວບໍ່ຄວນສູບຢາ

ສານເຄມີໃນຢາສູບ ຈະທຳລາຍໂຄຣໂມໂຊມຂອງລູກໃນທ້ອງເຮັດໃຫ້ລູກຕາຍຕັ້ງແຕ່ເກີດ ຫຼື ເຮັດໃຫ້ລູກໃຫຍ່ຊ້າກວ່າປົກກະຕິ ມີນ້ຳໜັກ,​ ສ່ວນສູງ, ຮອບເອິກ ແລະ ຮອບຫົວຕ່ຳກວ່າເກນລະບົບປະສາດ ລະບົບການຫາຍໃຈ ແລະ ຫຼອດເລືອດພົບວ່າມີບັນຫາລະບົບທາງເດີນຫາຍໃຈ ເມື່ອໃຫຍ່ຂຶ້ນຈະມີແນວໂນ້ມເປັນໂຣກຫອບຫືດ

ຖືພາລ້ວບໍ່ຄວນໄດ້ຮັບສານເຄມີທີ່ເປັນອັນຕະລາຍ

ການໄດ້ຮັບສານເຄມີບາງຊະນິດໃນຂະນະຖືພາ ສາມາດເຮັດໃຫ້ເກີດອັນຕະລາຍຕໍ່ລູກໃນທ້ອງ ດັ່ງນັ້ນ ແມ່ຖືພາຄວນຫຼີກລ່ຽງກນສູດດົມ ຫຼື ກິນສານໃດໆ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ເພາະສານທີ່ໄດ້ຮັບເຂົ້າໄປນັ້ນອາດສົ່ງຜົນອັນຕະລາຍແກ່ລູກນ້ອຍໄດ້

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...