spot_img
Homeຂ່າວພາຍ​ໃນກະຊວງການເງິນ ເປີດສາຍດ່ວນ 1519

ກະຊວງການເງິນ ເປີດສາຍດ່ວນ 1519

Published on

ຫ້ອງການກະຊວງການເງິນ, ຂໍຖືເປັນກຽດແຈ້ງການ ການເປີດໂທລະສັບສາຍດ່ວນຂອງກະຊວງການເງິນ 1519 ມາຍັງອົງການລັດ, ທຽບເທົ່າກະຊວງ, ຫ້ອງວ່າການປົກຄອງແຂວງ, ນະຄອນຫລວງ, ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດຊາບວ່າ: ນັບແຕ່ວັນທີ 7 ເມສາ 2017 ເປັນຕົ້ນໄປ ກະຊວງການເງິນໄດ້ເປີດນຳໃຊ້ໂທລະສັບສາຍດ່ວນ 1519 ຢ່າງເປັນທາງການ ເພື່ອຮັບເອົາຄໍາຖາມ, ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ…ຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະອື່ນໆຕໍ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະໜງການເງິນໃນຂອບເຂດທົ່ວປະເທດ.ສ່ວນການຊີ້ແຈ້ງໂທລະສັບສາຍດ່ວນຈະຊີ້ແຈ້ງຜ່ານສື່ຕ່າງໆຄື: ຜ່ານລາຍການ ການເງິນການພັດທະນາ ຊ່ອງໂທລະພາບຂອງກະຊວງປ້ອງກັນຄວາມສະຫງົບ, ເຊິ່ງອອກອາກາດໃນທຸກໆວັນສຸກເວລາ 20:30 ໂມງຫາ 21:00 ໂມງ ແລະ ທຸກໆວັນເສົາເວລາ 07:00 ໂມງ ຫາ 07:30 ໂມງ, ຜ່ານລາຍການ ການເງິນການພັດທະນາວິທະຍຸຂອງກະຊວງປ້ອງກັນຄວາມສະຫງົບຄື້ນຄວາມຖີ່ 101.5 MHz ເຊິ່ງອອກອາກາດທຸກໆວັນອັງຄານ, ພະຫັດ ແລະ ເສົາ ເວລາ 12:30 ໂມງຫາ 13:00 ໂມງ ແລະ ໜັງສືພິມການເງິນ ປະຈໍາອາທິດຂອງກະຊວງການເງິນ, ໜັງສືພິມວຽງຈັນໃໝ່, ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ແລະ ໜັງສືພິມລາວພັດທະນາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ

ຫົວໜ້າຫ້ອງການກະຊວງການເງິນ

ສົມບູນ ອິນທະປັດຖາ

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...