Homeນານາສາລະສູດນໍ້າຜັກໝາກໄມ້ ຊ່ວຍຕ້ານມະເຮັງ ແລະຜິວສົດໃສເຕັ່ງຕຶງ

ສູດນໍ້າຜັກໝາກໄມ້ ຊ່ວຍຕ້ານມະເຮັງ ແລະຜິວສົດໃສເຕັ່ງຕຶງ

Published on

ນໍ້າຜັກໝາກໄມ້ ຊ່ວຍໃຫ້ຮ່າງກາຍແຂງແຮງ, ຜິວພັນສົດໃສເຕັ່ງຕຶງ ໂດຍສະເພາະຄົນທີ່ເປັນມະເຮັງ ຈະຊ່ວຍໃຫ້ຮ່າງກາຍແຂງແຮງ ໂດຍການດື່ມທຸກວັນໃນ 1 ເດືອນ, ທ່ານສາມາດລອງເຮັດເບິ່ງ ເພາະມີສ່ວນປະກອບຫຼາຍຢ່າງທີ່ຊອກຫາບໍ່ຍາກ ແລະລາຄາບໍ່ແພງ

#  ສ່ວນປະກອບ

  1. ໝາກແອັບເປິ່ນ 1 ໜ່ວຍ
  2. ຫົວແຄຣ໋ອດ 1 ຫົວ
  3. ຜັກສະລັດ 3 ໃບ
  4. ຜັກຕັ້ງໂອ 5 ກ້ານ
  5. ໝາກນາວ 1 ໜ່ວຍ
  6. ນໍ້າໝາກນັດ ເຄິ່ງຈອກ (ຖ້າບໍ່ມີແບບສົດໆ ກໍສາມາດຊື້ແບບສຳເລັດຮູບໄດ້)
  7. ນໍ້າເຜິ້ງ ເຄິ່ງຈອກ
  8. ນໍ້າ 1-2 ຈອກ
  9. ໝາກສີດາ 1 ໜ່ວຍ
  10. ໝາກເລັ່ນນ້ອຍ 5 ໜ່ວຍ
  11. ນໍ້າຕານຊາຍ 3 ບ່ວງແກງ

#  ວິທີເຮັດ: 

ລ້າງຜັກ ແລະໝາກໄມ້ນັ້ນໃຫ້ສະອາດ, ຈາກນັ້ນກໍເອົາທຸກຢ່າງນັ້ນມາປັ່ນຮ່ວມກັນ ເຊິ່ງສູດນີ້ ຈະໄດ້ປະລິມານ ປະມານ 1 ລິດ, ໃນກໍລະນີທີ່ບໍ່ສະບາຍ ຄວນກິນວັນລະ 1 ລິດ ແຕ່ຖ້າດື່ມເພື່ອສຸຂະພາບ ສາມາດເກັບໄວ້ໃນຕູ້ເຢັນໄດ້ປະມານ 2-3 ວັນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...