Homeນານາສາລະຊ່ວງເປັນປະຈຳເດືອນ ບໍ່ຄວນເຮັດສິ່ງນີ້ເດັດຂາດ

ຊ່ວງເປັນປະຈຳເດືອນ ບໍ່ຄວນເຮັດສິ່ງນີ້ເດັດຂາດ

Published on

ຜູ້ຍິງ ຕ້ອງຮັກສາຮ່າງກາຍຂອງຕົນເອງໃຫ້ດີທີ່ສຸດ ບໍ່ວ່າຈະເປັນໜ້າເອິກ, ປະຈຳເດືອນ ເຊິ່ງເປັນເລື່ອງທີ່ສາວໆຄິດໜັກ, ໂດຍສະເພາະຊ່ວງເປັນປະຈຳເດືອນ ເຊິ່ງບາງຄົນຈະມີອາການຂ້າງຄຽງ ທີ່ຜູ້ຊາຍບໍ່ມີວັນເຂົ້າໃຈ ເພາະອາການເຈັບທ້ອງເວລາເປັນປະຈຳເດືອນນັ້ນທໍລະມານຫຼາຍ, ມື້ນີ້ ເຮົາມີສາລະດີໆມາຝາກທຸກທ່ານ ວ່າໃນຊ່ວງເປັນປະຈຳເດືອນມີຂໍ້ຫ້າມ ທີ່ບໍ່ຄວນເຮັດຫຍັງແດ່ ເພາະຖ້າເຮົາເຮັດສິ່ງໃດໜຶ່ງທີ່ສົ່ງຜົນເສຍ ເຮັດໃຫ້ຮ່າງກາຍເຮົາເຮັດວຽກໜັກຍິ່ງຂຶ້ນ ແລະຍັງອາດເພີ່ມອາການເຈັບທ້ອງ ເຊິ່ງສິ່ງທີ່ບໍ່ຄວນເຮັດຊ່ວງເປັນປະຈຳເດືອນມີ

  1. ບໍ່ຄວນກິນອາຫານທອດ/ຈືນ ທີ່ມັນເກີນໄປ
  2. ບໍ່ຄວນກິນໝາກໄມ້ແຊ່ເຢັນ ແລະບໍ່ຄວນດື່ມເຄື່ອງດື່ມແຊ່ເຢັນ
  3. ບໍ່ຄວນນຸ່ງໂສ້ງທີ່ຮັດຈົນເກີນໄປ
  4. ບໍ່ດື່ມຊາ ແລະກາເຟ
  5. ບໍ່ດື່ມເຄື່ອງດື່ມທີ່ມີທາດແອວກໍຮໍລ
  6. ບໍ່ຄວນມີເພດສຳພັນ
  7. ບໍ່ຄວນອອກກຳລັງກາຍຢ່າງໜັກ
  8. ບໍ່ຄວນກິນເຄັມຈົນເກີນໄປ

ສິ່ງທີ່ກ່າວມາຂ້າງເທິງນັ້ນ ບໍ່ຄວນເຮັດໃນຊ່ວງເປັນປະຈຳເດືອນ ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ປະເດືອນມາປົກກະຕິ ແລະບໍ່ເຈັບທ້ອງໃນຊ່ວງມີປະຈຳເດືອນ

 

ບົດຄວາມຫຼ້າສຸດ

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...