ໄຟຟ້າດັບ 4 ຊົ່ວໂມງ ຫຼາຍບ້ານໃນນະຄອນຫຼວງ ໄດ້ຮັບຄວາມເດືອດຮ້ອນ

ຄໍ່າຄືນຂອງມື້ນີ້ ວັນທີ 9-10 ເມສາ 2017 ຢູ່ຫຼາຍບ້ານຂອງນະຄອນຫຼວງວຽງຈັນ ໄດ້ເກີດເຫດໄຟຟ້າດັບດົນກວ່າ 4 ຊົ່ວໂມງ ຄືນັບຕັ້ງແຕ່ເວລາປະມານ 20:20 ກ່ອນໄຟຟ້າຈະກັບມາໃຊ້ໄດ້ໃນເວລາປະມານ 00:15 ເຊິ່ງຊ່ວງເວລາທີ່ໄຟຟ້າມອດນັ້ນແມ່ນກາງຄືນແລະເປັນເວລາທີ່ຜູ້ຄົນກຳລັງພັກຜ່ອນ ແລະຈຳເປັນຕ້ອງໄດ້ນຳໃຊ້ພັດລົມແລະເຄື່ອງປັບອາກາດ ເນື່ອງຈາກອາກາດຂ້ອນຂ້າງຮ້ອນ ຄືອຸນຫະພູມຢູ່ທີ່ 31-32 ອົງສາ ເຊິ່ງເຮັດໃຫ້ເດັກນ້ອຍບໍ່ສາມາດນອນໄດ້ ຜູ້ເປັນພໍ່ແມ່ຕ້ອງໄດ້ປ່ຽນກັນນັ່ງວີ. ນອກຈາກນັ້ນ ບັນດາຮ້ານອາຫານ, ໂຮງຈັກໂຮງງານ ແລະຜູ້ໃຊ້ໄຟຟ້າອື່ນໆ ກໍໄດ້ຮັບຄວາມເດືອດຮ້ອນຢ່າງຍິ່ງ.

ໃນຂະນະທີ່ນັກຂ່າວລາວໂພສຕ໌ໄດ້ພະຍາຍາມໂທສອບຖາມໄປຍັງສາຍດ່ວນ ຂອງລັດວິສາຫະກິດໄຟຟ້າລາວ ເບີ 1199 ຈຳນວນຫຼາຍຄັ້ງແຕ່ບໍ່ມີຄົນຮັບສາຍ.

ໄຟຟ້າດັບເປັນອຸບັດເຫດໜຶ່ງທີ່ສາມາດເກີດຂຶ້ນເວລາໃດກໍໄດ້ ໂດຍສະເພາະແມ່ນເວລາທີ່ມີການຊົມໃຊ້ໄຟຟ້າຈຳນວນຫຼາຍພ້ອມກັນ ດັ່ງນັ້ນ, ທາງລັດວິສາຫະກິດກໍຄວນກຽມຄວາມພ້ອມ ເພື່ອແກ້ໄຂບັນຫາໄຟຟ້າມອດໃຫ້ທັນທ່ວງທີ ຫຼືໄວຂຶ້ນກວ່າເກົ່າ ເນື່ອງຈາກວ່າໄຟຟ້າມອດໄດ້ສ້າງຄວາມເດືອດຮ້ອນແລະເກີດຄວາມເສຍຫາຍແກ່ປະຊາຊົນໂດຍກົງ ໂດຍສະເພາະແມ່ນຍາມຄໍ່າຄືນຂອງລະດູຮ້ອນຄືຈັ່ງຊີ້ ເຊິ່ງຖ້າຮ້າຍແຮງກໍອາດຈະເຮັດໃຫ້ຜູ້ສຸຂະພາບບໍ່ດີ ເກີດອາການວິນ ຫຼືເປັນລົມຂາດສະຕິໄປກໍໄດ້.

ເຫດການໄຟຟ້າມອດໃນປະເທດເຮົາແມ່ນເກີດຂຶ້ນເລື້ອຍໆ ໃນແຕ່ລະປີ ຈົນກາຍເປັນສິ່ງລື້ງເຄີຍແລະປົກກະຕິໄປແລ້ວ ແຕ່ຖ້າໄຟຟ້າມອດ 4 ຊົ່ວໂມງ ໃນຕ່າງປະເທດຄົງຈະເປັນເລື່ອງໃຫຍ່.