Homeຂ່າວພາຍ​ໃນກະຊວງໄປສະນີທົນຕໍ່ສຽງຈົ່ມບໍ່ໄດ້ ສັ່ງໂຈະແຈ້ງການ 1075 ພ້ອມສັ່ງປັບປຸງຄຸນນະພາບເນັດດ່ວນ

ກະຊວງໄປສະນີທົນຕໍ່ສຽງຈົ່ມບໍ່ໄດ້ ສັ່ງໂຈະແຈ້ງການ 1075 ພ້ອມສັ່ງປັບປຸງຄຸນນະພາບເນັດດ່ວນ

Published on

ໃນວັນທີ 05 ເມສາ 2017 ຜ່ານມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ເປີດກອງປະຊຸມເພື່ອຊີ້ນຳ ກ່ຽວກັບການປັບປຸງຄຸນນະພາບ ແລະ ລາຄາ ການນຳໃຊ້ອິນເຕີເນັດ ໂດຍການເປັນປະທານ ຂອງ ທ່ານ ບຸນສະເຫຼີມໄຊ ເຄນນະວົງ, ຮອງລັດຖະມົນຕີ ກະຊວງ ປທສ, ຊຶ່ງມີບັນດາກົມ ແລະ ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ປະທານ ກອງປະຊຸມ ໄດ້ກ່າວເນັ້ນໃຫ້ທຸກບໍລິສັດ ເລັ່ງເອົາໃຈໃສ່ປັບປຸງຄຸນນະພາບການບໍລິການອິນເຕີເນັດ ໃຫ້ໄດ້ຕາມມາດຕະຖານ ເພື່ອແກ້ໄຂຫາງສຽງຈົ່ມວ່າຈາກຜູ້ຊົມໃຊ້ ຊຶ່ງກະຊວງ ປທສ ກໍ່ໄດ້ແຕ່ງຕັ້ງທີມງານ ເພື່ອຕິດຕາມກວດກາ, ຖ້າເຫັນວ່າ ຍັງບໍ່ມີການປັບປຸງ, ກະຊວງຈະໃຊ້ມາດຕະການທີ່ເໝາະສົມ ເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ ໄດ້ຮັບບໍລິການທີ່ມີຄຸນນະພາບ ແລະ ລາຄາ ທີ່ສົມເຫດສົມຜົນ.

ໃນກອງປະຊຸມດັ່ງກ່າວ, ບັນດາບໍລິສັດ ກໍ່ໄດ້ລາຍງານແຜນການຂອງຕົນໃນການປັບປຸງຄຸນນະພາບບໍລິການ ໂດຍສະເພາະອິນເຕີເນັດຄວາມໄວສູງ ເຊັ່ນ ແຜນການຂະຫຍາຍໂຄງຂ່າຍ 4G ທົ່ວປະເທດ ໃນປີ 2017, ພ້ອມນັ້ນ ກໍ່ໄດ້ລາຍງານ ກ່ຽວກັບບັນດາອຸປະສັກ ໃນການປັບປຸງຄຸນນະພາບບໍລິການ ເປັນຕົ້ນ ອຸປະກອນສາຍສົ່ງທີ່ເກົ່າແກ່, ຄື້ນຄວາມຖີ່ບໍ່ພຽງພໍກັບຄວາມຕ້ອງການ ແລະ ການຊື້ສັນຍານອິນເຕີເນັດຈາກຕ່າງປະເທດ ທີ່ມີລາຄາແພງ ເຮັດໃຫ້ບໍ່ສາມາດລຸດລາຄາອິນເຕີເນັດໄດ້. ຕໍ່ການລາຍງານສະພາບບັນຫາອິນເຕີເນັດດັ່ງກ່າວ, ກະຊວງ ປທສ ໄດ້ແຈ້ງໂຈະຂໍ້ຕົກລົງ ເລກທີ 1075/ປທສ ລົງວັນທີ 13/03/2017 ແລະ ໃຫ້ທຸກບໍລິສັດ ປະຕິບັດລາຄາອິນເຕີເນັດແບບເກົ່າໄປກ່ອນ ຈົນກວ່າຈະມີການປັບປຸງຄຸນນະພາບບໍລິການອິນເຕີເນັດ ແລະ ຈະມີການຄົ້ນຄວ້າລາຄາອິນເຕີເນັດໃໝ່ ໃຫ້ຖືກລົງ. ຄຽງຄູ່ກັນນັ້ນ, ກະຊວງ ປທສ ໄດ້ສະເໜີໃຫ້ແຕ່ລະບໍລິສັດ ໄດ້ຄົ້ນຄວ້າຄືນ ຄື້ນຄວາມຖີ່ທີ່ຕ້ອງການ ແລ້ວສະເໜີກະຊວງ ເພື່ອພິຈາລະນາ ແນໃສ່ ປັບປຸງໂຄງຂ່າຍອິນເຕີເນັດໃຫ້ທົ່ວເຖິງ ແລະ ມີຄຸນນະພາບ.

ພາບແລະຂ່າວ:​ ສູນຂໍ້ມູນຂ່າວສານ ກະຊວງ ປທສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...