spot_img
Homeຂ່າວການພັດທະນາສປປລາວ ດຶງດູດ! ໃຫ້ສິດຕ່າງຊາດຢູ່ຖາວອນຖ້າຊື້ຫ້ອງພັກໃນເຂດເສດຖະກິດ

ສປປລາວ ດຶງດູດ! ໃຫ້ສິດຕ່າງຊາດຢູ່ຖາວອນຖ້າຊື້ຫ້ອງພັກໃນເຂດເສດຖະກິດ

Published on

ເວັບໄຊ ຂ່າວສົດ ລາຍງານເມື່ອວັນທີ 29 ມີນາ 2017 ວ່າ ວີໂອເອລາວ ລາຍງານວ່າ ລັດຖະບານລາວໃຫ້ສິດການຢູ່ອາໃສຖາວອນໃຫ້ແກ່ຊາວຕ່າງຊາດທຸກຄົນທີ່ຊື້ຫ້ອງພັກອາໃສໃນເຂດເສດຖະກິດສະເພາະບຶງທາດຫຼສງ ໃນນະຄອນ ຫຼວງວຽງຈັນ.

ທ່ານ ນາງ ບົວທາ ຂັດຕິຍະ ປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເສດຖະກິດພິເສດ ແລະ ເຂດເສດຖະ ກິດສະເພາະລະບຸວ່າ ທາງລາວມີນະໂຍບາຍເພື່ອສົ່ງເສີມການລົງທຶນໃນພື້ນທີ່ເສດຖະກິດສະເພາະໂດຍໃຫ້ສິດທີ່ຢູ່ອາໃສຖາວອນໃຫ້ແກ່ຊາວຕ່າງຊາດ ແລະ ຄົນເຊື້ອຊາດລາວທີ່ອາໃສຢູ່ໃນຕ່າງປະເທດທີ່ຊື້ຫ້ອງພັກ ໃນຕຶກສູງ 19 ຊັ້ນຈຳນວນ 12 ຕຶກໃນເຂດດັ່ງກ່າວ

ການກໍ່ສ້າງກຸ່ມອາຄານດັ່ງກ່າວໄດ້ສຳເລັດແລ້ວ 7 ອາຄານ ຈາກ 12 ອາຄານ ຂະນະນີ້ມີຊາວຕ່າງຊາດ ແລະ ຊາວລາວຈາກຕ່າງປະເທດໄດ້ເຂົ້າຊື້ທີ່ພັກໄປແລ້ວ 6 ອາຄານ ສ່ວນອີກໜຶ່ງອາຄານມີນັກລົງທຶນໄດ້ຊື້ທັງຕຶກເພື່ອປັບປຸງເປັນໂຮງແຮມຫ້າດາວ

ໂດຍບັນດາຜູ້ທີ່ຈອງຊື້ໄດ້ເລີ່ມເຂົ້າໄປຢູ່ແລ່ວຕັ້ງແຕ່ປີ 2016 ສ່ວນອີກ 5 ອາຄານທີ່ເຫຼືອ ຄາດວ່າຈະສ້າງສຳເລັດພາຍໃນເດືອນ ມິຖຸນາ 2017 ທີ່ຈະຮອດນີ້

ການລົງທຶນກໍ່ສ້າງອາຄານທີ່ພັກອາໃສດັ່ງກ່າວມາຈາກກຸ່ມບໍລິສັດ ເຫວິນ ເຟິນ ຊຽງໄຮ້ ຈຳກັດ ດ້ວຍງົບປະມານການລົງທຶນ 200 ລ້ານໂດລາ ເຊິ່ງໄດ້ເລີ່ມສ້າງຕັ້ງແຕ່ປາຍປີ 2012 ພ້ອມສິ່ງອຳນວຍຄວາມສະດວກຕ່າງໆໃນພື້ນທີ່ດິນສຳປະທານກວ່າ 365 ເຮັກຕ້າ.

ແຫລ່ງຂ່າວຈາກ: www.khaosod.co.th/around-the-world-news/news_275768

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...