spot_img
Homeຂ່າວຕ່າງປະເທດໂຜ່ຂຶ້ນມາແລ້ວ! ເຮືອ ເຟີຣຣີ "ເຊວອລ" ທີ່ຈົມຢູ່ນອກຊາຍຝັ່ງເກາະຈິນໂດ ເກົາຫຼີໃຕ້ ຕະຫຼອດເວລາ 3 ປີ

ໂຜ່ຂຶ້ນມາແລ້ວ! ເຮືອ ເຟີຣຣີ “ເຊວອລ” ທີ່ຈົມຢູ່ນອກຊາຍຝັ່ງເກາະຈິນໂດ ເກົາຫຼີໃຕ້ ຕະຫຼອດເວລາ 3 ປີ

Published on

ເມື່ອວັນທີ 23 ມີນາ 2017 ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຈິນໂດ ປະເທດ ເກົາຫຼີໃຕ້ ວ່າ ຈາກເຫດ ການເຮືອ ເຟີຣຣີ “ເຊວອລ” ຫຼົ່ມຢູ່ນອກຊາຍຝັ່ງເກາະຈິນໂດເມືອວັນທີ 16 ເມສາ 2014 ທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ້ໂດຍສານຈຳນວນເປັນຈຳນວນຫຼາຍເສຍຊີວິດ ໃນການຄົ້ນຫາເບື້ອງຕົ້ນໃນຕອນເກີດເຫດພົບສົບຜູ້ເສຍຊີວິດ 295 ສົບ ແລະ ສູນຫາຍ 9 ຄົນ ລວມຜູ້ເສຍຊີວິດທັງໝົດ 304 ຄົນ ເຊິ່ງທຸກຝ່າຍເຊື່ອວ່າຮ່າງຂອງຜູ້ເສຍຊີວິດຍັງຕິດຢູ່ພາຍໃນເຮືອນັ້ນ. ເຊິ່ງຜູ້ເສຍຊີວິດສ່ວນໃຫຍ່ເປັນນັກຮຽນລະດັບຊັ້ນມັດທະຍົມສຶກສາຂອງໂຮງ ຮຽນແຫ່ງໜຶ່ງໃນຊານນະຄອນຫຼວງ ໂຊລ.

ປະຕິບັດການໃຫຍ່ໃນການກູ້ຊາກເຮືອ ເຟີຣີເຊວອລ ລຳນີ້ ໄດ້ໃຊ້ຄົນງານປະມານ 450 ຄົນ ສຳລັບການກູ້ຊາກເຮືອທີ່ມີນ້ຳໜັກເຖິງ 8,250 ໂຕນ ຄາດວ່າຈະໃຊ້ເວລາປະມານ 12-13 ມື້ ຈິ່ງຈະຍົກເຮືອຂຶ້ນມາໄດ້ທັງໝົດແລ້ວເຄື່ອງຍ້າຍໄປທີ່ເມືອງ ມັອກໂປ ແຂວງ ຊອລລາໃຕ້  ເຊິ່ງພາກສ່ວນຮັບຜິດຊອບກູ້ເຮືອລຳດັ່ງກ່າວແມ່ນບໍລິສັດລາຍໜຶ່ງຈາກຈີນເຊິ່ງໄດ້ຮັບສຳປະທານຈາກລັດຖະບານເກົາຫຼີໃຕ້

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...