spot_img
Homeຂ່າວການສຶກສາປະກາດສະໜອງທຶນການສຶກສາສຳລັບນັກສຶກສາ ສປປລາວ ຂອງບໍລິສັດ ດັດສະມິ້ວ ປະເທດໄທຈຳກັດສົກສຶກສາປີ 2017 ໃນສາຂາວິຊາການປຸງແຕ່ງ ນຳ້ນົມ ແລະ ເຄື່ອງດື່ມ

ປະກາດສະໜອງທຶນການສຶກສາສຳລັບນັກສຶກສາ ສປປລາວ ຂອງບໍລິສັດ ດັດສະມິ້ວ ປະເທດໄທຈຳກັດສົກສຶກສາປີ 2017 ໃນສາຂາວິຊາການປຸງແຕ່ງ ນຳ້ນົມ ແລະ ເຄື່ອງດື່ມ

Published on

ບໍລິສັດ ດັດສະມິ້ວ ປະເທດໄທຈຳກັດ, ປະກາດສະໜອງທຶນການສຶກສາເຕັມຮູບແບບ ສຳລັບນັກສຶກສາ ສປ ລາວ ເພື່ອສຶກສາລະດັບປະລິນຍາຣີ ໃນຫລັກສູດດັ່ງລຸ່ມນີ້:

ຫລັກສູດທີ່1: ຫລັກສູດການສຶກສາ 2 ປີ (ຈຳນວນ 1 ທຶນ)

ປະລິນຍາຣີ ສາຂາເຕັກໂນໂລຊີ: ​ເຕັກໂນໂລຊີ ການປຸງແຕ່ງນ້ຳນົມ, ຮຽນ 2 ປີຕໍ່ເນື່ອງ, ການຮຽນການສອນເປັນພາສາໄທ

 ຄຸ​​ສົມບັດ ໃນການສະໝັກທຶນການສຶກສາ:

  1. ຈົບການສຶກສາລະດັບປະກາສະນີຍະບັດ ວິຊາຊີບຊັ້ນສູງ ໃນຂະແໜງກົນຈັກ, ລົດຍົນ, ໄຟຟ້າກຳລັງ, ເອເລັກໂຕນິກ, ສ້ອມແປງເຄື່ອງຈັກ ຫລືກົນຈັກໂຍທາ.
  2. ເປັນນັກສຶກສາເພດຊາຍ, ອາຍຸບໍ່ເກີນ 24 ປີ.

 ສະຖານບັນສຶກສາ ແລະທີ່ຕັ້ງ:

ມະຫາວິທະຍາໄລ ເຕັກໂນໂລຊີຣາຊະມົງຄົນອີສານ, ແຂວງນະຄອນຣາດຊະສີມາ ປະເທດໄທ.

(ເລີ່ມເປີດສົກຮຽນ: ວັນທີ່ 26 ມິຖຸນາ 2017).

ເງື່ອນໄຂສຳລັບຜູ້ທີ່ໄດ້ຮັບທຶນ ການສຶກສາພາຍຫລັງຮຽນຈົບ:

ຈະຕ້ອງເຮັດວຽກ ນຳກຸ່ມບໍລະສັດ ດັດສະມິ້ວ ປະເທດໄທ ເທົ່າກັບໄລຍະເວລາການຮຽນ ຫລືຈະຕ້ອງຈ່າຍທົດແທນຄືນເທົ່າກັບ ຈຳນວນເງິນ ທີ່ໄດ້ຈ່າຍໃຫ້ສຳລັບທຶນການສຶກສາ, ໃນກໍລະນີບໍ່ຕ້ອງການເຮັດວຽກນຳບໍລິສັດ.

 ຫລັກສູດທີ່2: ຫລັກສູດການສຶກສາ 4 ປີ (ຈຳນວນ 1 ທຶນ)

ປະລິນຍາຣີ ສາຂາວິສະວະກຳ ອຸດສາຫະກຳ (ສາຂາວິສະວະກຳ ການປຸງແຕ່ງນ້ຳນົມ ແລະເຄື່ອງດື່ມ​) ເປັນຫລັກສູດນານາຊາດ ແລະສອນເປັນພາສາອັງກິດ.

 ຄຸນສົມບັດການຮັບສະໝັກ ທຶນການສຶກສາ

  1. ຈົບການສຶກສາ ລະດັບປະກາສະນີຍະບັດ ມັດທະຍົມສົມບູນ ຫລືທຽບເທົ່າ
  2. ລະດັບພາສາອັງກິດ: TOEFL(PBT) 500, TOEFL(CBT) 173, TOEFL(iBT) 61, EELTS 5

(ຫລືຜ່ານການທົດສອບ ຄວາມສາມາດ ດ້ານພາສາອັງກິດ ແບບຫລັກສູດເລັ່ງລັດ (ການທົດສອບວັດລະດັບພາສາອັງກິດ ໃນລະຫວ່າງການສຶກສາ, ກໍລະນີເລືອກ)

  1. ເໝາະສຳລັບນັກສຶກສາເພດຊາຍ, ອາຍຸບໍ່ເກີນ 22 ປີ 

ສະຖາບັນສຶກສາ ແລະທີ່ຕັ້ງ:

ມະຫາວິທະຍາໄລ ມະຫິດົນສາລາຍາ, ແຂວງນະຄອນປະຖົມ ປະເທດໄທ. (ເລີ່ມເປີດສົກຮຽນ: ວັນທີ່ 21 ສິງຫາ 2017).

ເງື່ອນໄຂ ສຳລັບຜູ້ທີ່ໄດ້ຮັບທຶນການສຶກສາ ພາຍຫລັງຮຽນຈົບ:

ຈະຕ້ອງເຮັດວຽກນຳ ກຸ່ມບໍລະສັດ ດັດສະມິ້ວ ປະເທດໄທ ເທົ່າກັບ 2 ເທົ່າຂອງໄລຍະເວລາການຮຽນຫລືຕ້ອງຈ່າຍທົດແທນຄືນ 2 ເທົ່າຂອງຈຳນວນເງິນ ທີ່ໄດ້ຈ່າຍໃຫ້ສຳລັບທຶນການສຶກສາ, ໃນກໍລະນີບໍ່ຕ້ອງການເຮັດວຽກນຳບໍລິສັດ.

ສຳລັບຜູ້ສະໝັກທຶນການສຶກສາໃດໜຶ່ງຈະໄດ້ຮັບການພິຈາລະນາ, ຕ້ອງໄດ້:

  1. ດາວໂຫລດເອົາແບບຟອມສະໝັກຂໍທຶນການສຶກສາ ແລະຂໍ້ມູນຂ່າວສານ ໂດຍຜ່ານເວັບໄຊຕ໌ ຂອງບໍລິສັດທີ່:

www.dutchmill.co.th, goto corporate CSR menu, and click DM Scholarship.

  1. ກະລຸນາ ສົ່ງໃບສະໝັກຂໍທຶນການສຶກສາ ໂດຍຜ່ານທີ່ຢູ່ເວັບໄຊຕ໌ຂອງບໍລິສັດ, ເລີ່ມແຕ່ວັນນີ້ ຈົນເຖິງວັນສຸກ

ວັນທີ່ 7 ເມສາ 2017, ກ່ອນເວລາ 12:​00 ໂມງ.

  1. ຜູ້ສະໝັກທີ່ຜ່ານການຄັດເລືອກເບື້ອງຕົ້ນ, ບົນພື້ນຖານຂໍ້ມູນໃບສະໝັກ ຈະຕ້ອງໄດ້ມາຮ່ວມ:
  • ການສອບເສັງດ້ວຍຂຽນຮູບແບບປາລະໄນ, ໃນວັນທີ່ 10/04/2017 ເວລາ 9:0012:00ໂມງ.
  • ການສຳພາດໃນວັນທີ່ 11/04/2017 ເວລາ 9:00-12:00ໂມງ.
  • ສະຖານທີ່ສອບສຳພາດ: ທີ່ຕຶກຊັ້ນ 2 ຂອງບໍລິສັດ ນິວຈິບເຊັງ ຈຳກັດ, ບ້ານເກົ້າຍອດ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, (ຢູ່ຕໍ່ໜ້າວັດເກົ້າຍອດ)
  1. ສອບຖາມຂໍ້ມູນເພີ່ມເຕີມ ທີ່ເບີໂທລະສັບ: 020 5938 5999 ທ່ານສຸກຂະປັນຍາ, ບໍລິສັດ ນິວຈິບເຊັງ ຈຳກັດ​.

ບົດຄວາມຫຼ້າສຸດ

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 28/03/2025 ຫາ ເວລາ 07 ໂມງ ຂອງວັນທີ 29/03/2025

ກົມອຸຕຸແຈ້ງເຕືອນສະພາບອາກາດ 28/3/25 ພາກເໜືອຈະມີອາກາດຮ້ອນ-ຮ້ອນເອົ້າ ສ່ວນພາກກາງມີເນື້ອທີ່ຝົນປົກຫຸ້ມ 50%. ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ລະພາກ...

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ. ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ - ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ...

ພະຍາກອນອາກາດ ປະຈໍາວັນທີ 27 ມີນາ 2025, ເວລາ 12 ໂມງ 00

ຮ້ອນຈັດອາກາດຕອນສວາຍ ພາກເໜືອມີອຸນຫະພູມສູງສຸດ 40 ອົງສາ ສ່ວນພາກໃຕ້ມີເນື້ອທີ່ຝົນປົກຫຸ້ມ 50% ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງສືບຕໍ່ຮ້ອນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ໃນແຕ່ ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ...

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ...