Homeຂ່າວຕ່າງປະເທດຜູ້ນຳອັງກິດກ່າວປະນາມເຖິງການກໍ່ການຮ້າຍ ເປັນເລື່ອງ "ໜ້າລັງກຽດ ແລະ ຊົ່ວຮ້າຍ"

ຜູ້ນຳອັງກິດກ່າວປະນາມເຖິງການກໍ່ການຮ້າຍ ເປັນເລື່ອງ “ໜ້າລັງກຽດ ແລະ ຊົ່ວຮ້າຍ”

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງລອນດອນ ປະເທດ ອັງກິດ ເມື່ອວັນທີ 23 ມີນາ 2017 ນີ້ວ່າ ຄວາມຄືບໜ້າເຫດການກໍ່ການຮ້າຍທີ່ເກີດຂຶ້ນເມື່ອຊ່ວງເວລາ 14:40 ນາທີ ຂອງວັນພຸດ ທີື 22 ມີນາ ທີ່ຜ່ານມາ ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ເຊິ່ງແຍກຜູ້ເສຍຊີວິດຈາກການຖືກລົດຕຳ 3 ຄົນ ແລະ ຖືກແທງ 1 ຄົນ ປັດຈຸບັນລວມມີຜູ້ບາດເຈັບທັງໝົດ 40 ຄົນ

ລາຍງານເບື້ອງຕົ້ນລະບຸເຫດການຄົນຮ້າຍບຸກແທງເຈົ້າໜ້າທີ່ຕຳຫຼວດທີ່ອາຄານສະພາອັງກິດ ເຮັດໃຫ້ຕຳຫຼວດຕ້ອງຍິງໃສ່ຄົນຮ້າຍເພື່ອລະງັບເຫດ ຂະນະທີ່ບັນດາສະມາຊິກສະພາ ແລະ ນັກຂ່າວຖືກເຈົ້າໜ້າທີ່ຮັກສາຄວາມປອດໄພສັ່ງໃຫ້ຢູ່ພາຍໃນອາຄານ ພ້ອມກັບໄດ້ຮັບການຮັກສາຄວາມປອດໄພຢ່າງເຂັ້ມງວດ

ທ່ານ ນາງ ເທເຣຊາ ເມຍ໌ ນາຍົກລັດຖະມົນຕີອັງກິດ ນຸ່ງຊຸດດຳ ຖະແຫຼງຂ່າວດ້ານໜ້າທຳນຽບນາຍົກລັດຖະມົນຕີທີ່ຖະໜົນດາວນິ່ງ ຫຼັງມີການປະຊຸມສຸກເສີນກັບຄະນະລັດຖະມົນຕີເລື່ອງເຫດກໍ່ການຮ້າຍທີ່ເກີດຂຶ້ນທີ ເວສມິນສເຕີ ໂດຍກ່າວປະນາມການກໍ່ການຮ້າຍນີ້ວ່າເປັນເລື່ອງທີ່ໜ້າລັງກຽດ ແລະ ຊົ່ວຮ້າຍ ພວກກໍ່ການຮ້າຍເລືອກທີ່ຈະໂຈມຕີໃນເມືອງຫຼວງ ເພື່ອທຳລາຍຄຸນຄ່າຄວາມເປັນປະຊາທິປະໄຕຂອງອັງກິດຂອງພວກເຮົາ ແຕ່ພວກເຮົາຈະເດີນໜ້າຕໍ່ໄປ ເຮົາບໍ່ເຄີຍຍອມແພ້ພວກກໍ່ການຮ້າຍ ສຳລັບການປະຊຸມສະພາແຫ່ງຊາດ ຍັງຄົງຕ້ອງດຳເນີນຕໍ່ໄປຕາມປົກ ກະຕິໃນວັນທີ 23 ມີນາ. ຂະນະການກຽມຄວາມພ້ອມຮັກສາຄວາມປອດໄພຍັງຄົງຢູ່ໃນລະດັບສູງບໍ່ມີການປ່ຽນ ແປງ. 

https://youtu.be/RKBq8Ks3MWo

ຜູ້ບັນຊາການຕຳຫຼວດສູງສຸດ ບີ.ເຈ ເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ເປີດການສອບສວນເຫດການນີ້ເປັນການຕໍ່ຕ້ານການກໍ່ການຮ້າຍຢ່າງເຕັມຮູບແບບ ແລະ ມີການເສີມກຳລັງຕຳຫຼວດທັງຕິດອາວຸດ ແລະ ບໍ່ຕິດອາວຸດທົ່ວນະຄອນຫຼວງລອນດອນ ເພື່ອຮັກສາຄວາມປອດໄພໃຫ້ປະຊາຊົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...