spot_img
Homeຂ່າວທ້ອງຖິ່ນບໍລິສັດ ສວນທູນໄຊ ທຸ້ມງົບປະມານຫຼາຍສິບຕື້ກີບ ສ້າງລະບົບນໍ້າປະປາໃນເຂດເສດຖະກິດພິເສດ

ບໍລິສັດ ສວນທູນໄຊ ທຸ້ມງົບປະມານຫຼາຍສິບຕື້ກີບ ສ້າງລະບົບນໍ້າປະປາໃນເຂດເສດຖະກິດພິເສດ

Published on

ໃນອາທິດຜ່ານມານີ້ ທີ່ຫ້ອງປະຊຸມເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ມີກອງປະຊຸມປະເມີນ ຄວາມເປັນໄປໄດ້ໃນການສ້າງນ້ຳປະປາ ເພື່ອສະໜອງໃຫ້ແກ່ ບໍລິສັດທີ່ມາລົງທຶນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ປະຊາຊົນບ້ານໃກ້ຄຽງ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຕາມການລາຍງານຜົນ ການສຳຫຼວດ-ອອກແບບເບື້ອງຕົ້ນຂອງບໍລິສັດ ສວນທູນໄຊ ຈຳກັດ ໃນການກໍ່ສ້າງນ້ຳປະປາໄດ້ໃຫ້ຮູ້ວ່າ: ໂຄງການການສ້າງນໍ້າປະປານີ້ ຕັ້ງຢູ່ເຂດບ້ານນາຈະຫຼີດ ເມືອງໄກສອນພົມວິຫານ ແລະ ສ່ວນໜຶ່ງຂອງເມືອງອຸທຸມ ພອນ ເສັ້ນທາງເລກ 9, ກິໂລແມັດທີ 25, ຈຸດປະສົງຂອງໂຄງການ ກໍເພື່ອຕອບສະໜອງນ້ຳສະອາດ ໃຫ້ປະຊາຊົນໄດ້ນຳໃຊ້ຢ່າງພຽງພໍ, ປອດໄພ, ອີກຢ່າງກໍເພື່ອ ເປັນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕື່ມອີກ.ໃນນັ້ນກຸ່ມ ເປົ້າໝາຍປະກອບມີ 9 ເຂດຄື: ເຂດບ້ານດົງບັງ, ຍາງໂພສີ, ເຄືອເຂົາກາດ, ນາຈະຫຼີດ, ນາທາດ, ສວນທູນໄຊ, ເຊໂນ, ເຂດພັດທະນາເຊໂນໂຊນ B ແລະ B1 ຊຶ່ງມີປະຊາກອນ ທັງໝົດເກືອບ 20 ພັນຄົນ.

ໂຄງການນ້ຳປະປາແຫ່ງນີ້ ຈະໃຊ້ແຫຼ່ງນ້ຳຊົນລະປະທານທີ່ທາງບໍລິສັດ ໄດ້ສ້າງຂຶ້ນ, ຈາກນັ້ນຈະໄດ້ ສ້າງສະຖານີສູບນ້ຳ, ອ່າງພັກນ້ຳ, ອ່າງປະສົມ, ອ່າງນ້ຳນອນ, ອ່າງຕອງ ແລະ ເຮືອນໂປມ, ອ່າງເກັບນ້ຳສະອາດ, ເຮືອນໂປມສົ່ງນ້ຳ, ອ່າງເກັບນ້ຳສູງ, ເຮືອນປະສົມສານສົ້ມ, ເຮືອນ ປະສົມຢາຂ້າເຊື້ອ, ສ້າງລະບົບ ທໍ່ແຈກ, ທໍ່ສົ່ງ ແລະ ທໍ່ສົ່ງນ້ຳດິບ ລວມມູນຄ່າການກໍ່ສ້າງທັງ ໝົດ 9 ລ້ານກວ່າໂດລາສະຫະລັດ ຫຼືປະມານ 72 ຕື້ກີບ ຊຶ່ງແມ່ນບໍລິສັດລົງທຶນ 100%.

ໃນໂອກາດນີ້ ທ່ານເຈົ້າແຂວງ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ເປັນເອກະພາບ ພ້ອມ ທັງຊຸກຍູ້ໃຫ້ບໍລິສັດສວນທູນ ໄຊ ຈຳກັດ ປະຕິບັດໂຄງການ ດັ່ງກ່າວນີ້ ໃຫ້ສຳເລັດຕາມ ແຜນທີ່ວາງໄວ້ ເພື່ອສ້າງສິ່ງ ອຳນວຍຄວາມສະດວກໃຫ້ແກ່ ບໍລິສັດທີ່ເຂົ້າມາລົງທຶນໃນເຂດ ເສດຖະກິດພິເສດສະຫວັນ-ເຊ ໂນ ໄດ້ນຳໃຊ້ນ້ຳຢ່າງພຽງພໍ ໃນການດຳເນີນກິດຈະການ, ເຮັດໃຫ້ປະຊາຊົນໃນເຂດເມືອງ ໄກສອນ ພົມວິຫານ ແລະ ເທດ ສະບານເມືອງອຸທຸມພອນ ໄດ້ ນຳໃຊ້ນ້ຳປະປານຳພ້ອມ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...