ລຸດນ້ຳໜັກແບບບໍ່ເພິ່ງຢາ ໃນ 1 ປີ ຫຼຸດໄດ້ເຖິງ 62 ກິໂລກຣາມ

  Untitled-1

                   ສາວໆຫຸ່ນ​ໃຫຍ່​ ທັ້ງ​ຫລາຍ​ທີ່​ເຄີຍ​ທໍ້​ຖອຍກັບເລື່ອງ​ການ​ລຸດ​ນ້ຳ​ໜັກ ກະ​ຊັບ​ສັດ​ສ່ວນ ແລະ ​ເມື່ອຍ​ກັບ​ການ​ລຸດ​ນ້ຳ​ໜັກ ທີ່​ບໍ່​ວ່າ​ຈະ​ລອງ​ວິທີ​ໃດ​ກໍ​ບໍ່​ໄດ້​ຜົນ​ ​ມື້​ນີ້​ຂໍ​ນຳ​ປະສົບການ​ການ​ລຸດ​ນ້ຳ​ໜັກ ມາ​ຝາກ​ສາວໆ ເຊຶ່ງ​ເປັນເລື່ອງລາວຂອງ ນາງ ວັນນະ ອາ​ຍຸ 38ສູງ 162 cm. ນໍ້າ​ໜັກ​ຕອນຕົວທີ່ຫລາຍ​ສຸດແມ່ນ 131.1 kg. ປະຈຸບັນ​ນ້ຳ​ໜັກແມ່ນ 69.1 kg. ໃຊ້​ໄລ​ຍະ​ເວລາ​ລຸດນ້ຳໜັກ 1 ປີ​ຕັ້ງແຕ່ ວັນທີ່16ມິຖຸນາ2013 ຈົນເຖິງວັນທີ່ 31ກໍລະກົດ2014

1

                                  ຕອນນ້ຳໜັກ 131.1 kg

                ແຕ່​ຍ້ອນຄວາມ​ຕັ້ງ​ໃຈ​ຈິງ ​ແລະ ​ການ​ລົງ​ມື​ລຸດ​ນ້ຳ​ໜັກ​ຢ່າ​ງສະໝໍ່າ​ສະເໝີ ຈົນ​ນ້ຳ​ໜັກ​ລຸດ​ເຫລືອ 69ກິ​ໂລ​ກຣາມ ພາຍ​ໃນ 1ປີ ແລະ ​ເລື່ອງ​ລາວ​ການ​ລຸດ​ນ້ຳ​ໜັກ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຂອງ​ນາງ ວັນນະ ໃນ​ເທື່ອ​ນີ້​ສ້າງ​ຄວາມ ພາກພູມ​ໃຈ​ໃຫ້​ກັບຕົວລາວເອງ​​ຢ່າງຫລວງ​ຫລາຍ ລາວຈຶ່ງ​ຢາກ​ຈະ​ນຳ​ເຄັດ​ລັບ​ ກ່ຽວກັບ​ການ​ລຸດ​ນ້ຳ​ໜັກ​ທີ່​ຫລາຍ​ຄົນ​ອາດຈະ​ຍັງ​ບໍ່​ຮູ້​ມາ​ເລົ່າ​ສູ່​ກັນ​ຟັງ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ກັບສາວໆທີ່ຕ້ອງການລຸດນ້ຳໜັກນັ້ນ ມີ​ແຮງ​ສູ້​ຈົນ​ລຸດ​ຫຸ່ນ​ໄດ້​ສຳ​ເລັດ​ແບບ​ລາວ ສ່ວນ​ເຄັດ​ລັບ​ໃນ​ການ​ລຸດ​ນ້ຳ​ໜັກ​ນັ້ນແມ່ນບໍ່ຍາກເລີຍ  ໂດຍ​ວິທີ​ຮັບປະທານ​ອາຫານ​ແບບ​ນັບ​ແຄ​ຣໍ​ລີ່ + ອອກ​ກຳ​ລັງ​ກາຍ​ຄວບຄູ່​ກັນໄປ​ ປະຈຸບັນ​ນີ້ ການ​ດຳ​ລົງ​ຊີວິດ​ຂອງລາວປ່ຽນ​ໄປ​ຫລາຍ​ ເລືອກ​ອາຫານການກິນ​ຫລາຍ​ຂຶ້ນ ກ່ອນຮັບປະທານອາຫານນັ້ນລາວຕ້ອງເບິ່ງ​ອາຫານ​ແລ້ວ​ຄິດ​ວ່າ​ອັນ​ນີ້​ເຮົາຮັບປະທານເຂົ້າໄປ​ເຂົ້າໄປ​ໄດ້​ຫຍັງ​ຈາກ​ມັນ​ແນ່ ຫລື ບໍ່ ແລະ ຕ້ອງ​ອອກ​ກຳ​ລັງ​ກາຍ​ຈັກ​ຊົ່ວ​ໂມງ​ເຖິງ​ຈະ​ເຜົາ​ຜານ​ໝົດ ລາວຕິດ​ນິ​ໄສ​ການ​ອອກ​ກຳ​ລັງ​ກາຍ ຕ້ອງ​ອອກ​ກຳ​ລັງ​ກາຍ​ໃຫ້​ໄດ້​ຢ່າງ​ນ້ອຍ​ອາທິດ​ລະ 3 ມື້

              ເພື່ອ​ເປັນ​ກຳ​ລັງ​ໃຈ ແລະ ​ເປັນ​ແນວ​ທາງ​ໃນ​ການ​ລຸດ​ນ້ຳ​ໜັກ​ສຳລັບ​ຄົນ​ຕຸ້ຍ​ຫລາຍ​ ຖ້າຫາກ​ທ່ານ​ເຮັດ​ໄດ້ ຊີວິດທ່ານຈະ​ປ່ຽນ​ໄປ ​ແລະ​ ມີ​ຄວາມ​ພູູມໃຈ​ໃນ​ຕົວ​ເອງແນ່ນອນ​ ທຸກ​ຄົນ​ກໍ​ເຮັດ​ໄດ້​ ທ່ານໃດທີ່ມີບັນຫາເລື່ອງຮູບຮ່າງຕຸ້ຍ ກໍ່ສາມາດເອົາວິທີນີ້ໄປລອງໃຊ້ກັນເບິ່ງ ພະຍາຍາມ​ລຸດ​ນ້ຳ​ໜັກ​ ໃຊ້​ເວລາ​ບໍ່ດົນ ພຽງແຕ່​ທ່ານ​ມຸ້ງ​ມັ່ນ ແລະ ​ຕັ້ງ​ໃຈກັບມັນ ຮັບຮອງເລີຍວ່າໄດ້ຜົນຢ່າງແນ່ນອນ

2

                                        ນ້ຳໜັກປະຈຸບັນ 69.1 kg.