spot_img
Home​ຂ່າວທ່ອງທ່ຽວວັດຕາແຫຼວເກົ່າ ສະເໜ່ມົນຂັງຂອງບູຮານສະຖານ

ວັດຕາແຫຼວເກົ່າ ສະເໜ່ມົນຂັງຂອງບູຮານສະຖານ

Published on

ຂອງເກົ່າບໍ່ແມ່ນສິ່ງທີ່ຕ້ອງລືມ ຫຼື ຕ້ອງຖິ້ມສະເໝີໄປ ເພາະມີຂອງເກົ່າແກ່ບາງຢ່າງທີ່ມີຄຸນຄ່າເກີນປະເມີນລາຄາໄດ້ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບ ວັດເກົ່າແກ່ ຂອງເມືອງ ຈຳພອນ ແຂວງສະຫວັນນະເຂດ ນັ້ນກໍ່ຄື “ວັດຕາແຫຼວເກົ່າ”

ຫາກທ່ານໄດ້ເດີນທາງມາທີ່ແຂວງສະຫວັນນະເຂດ ກໍ່ຢ່າລືມມາແວ່ຊົມບູຮານສະຖານທີ່ຖືກສ້າງຂຶ້ນຕັ້ງແຕ່ປີ 1918 ການເດີນທາງໄປວັດຕາແຫຼວເກົ່າ ຖ້າເລີ່ມຈາກຕົວເມືອງໄກສອນພົມວິຫານແຂວງສະຫວັນນະເຂດ, ແມ່ນໃຫ້ເດີນທາງໄປຕາມເສັ້ນທາງເລກທີ 9B ໄປຕາມທິດໃຕ້ຈົນຮອດຫຼັກ 35, ຈາກນັ້ນລ້ຽວຊ້າຍໄປຕາມເສັ້ນທາງໄລຍະປະມານ 18 ກິໂລແມັດສູ່ເມືອງຈຳພອນ ຂ້າມຂົວເຊຈຳພອນແລ້ວມຸ່ງໜ້າໄປຕາມເສັ້ນທາງແດງ 7 ກິໂລແມັດໄປສູ່ບ້ານຕາແຫຼວ. ລວມໄລຍະທາງຈາກເມືອງໄກສອນພົມວິຫານແມ່ນ 60 ກິໂລແມັດ.
ວັດຕາແຫຼວເກົ່າ ແມ່ນວັດຮ້າງທີ່ບໍ່ມີພະສົງພຳນັກຢູ່ແລ້ວເພາະຖືກທຳລາຍຈົນເຫຼືອແຕ່ຊາກຫັກພັງດ້ວຍນ້ຳມືຂອງສົງຄາມໃນຊຸມປີ 1960. ຕາມຂໍ້ມູນທີ່ຜູ້ຂຽນໄດ້ມາ, ວັດນີ້ສ້າງຂຶ້ນໃນປີ 1918 ໂດຍການນຳພາຂອງ ພະຄູຈຽງ ຫຼື ຍາທ່ານຈຽງທິຄາຍຸໂກ ພ້ອມດ້ວຍຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸຕິວິຫານ ແລະ ກໍ່ກຳແພງອ້ອມວັດ ເຊິ່ງວັດສະດຸທີ່ນຳມາສ້າງນັ້ນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່ ແລະ ປູນ. ພາຍໃນວິຫານ ມີການປະດັບປະດາດ້ວຍຮູບແຕ້ມຝາຜະໜັງ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືປານີດບັນຈົງ. ແນວໃດກໍຕາມ ມາຮອດປີ 1969, ດ້ວຍໄພສົງຄາມ ວັດຕາແຫຼວເກົ່າ ແລະ ບ້ານເຮືອນປະຊາຊົນໃກ້ຄຽງກໍຖືກລູກສອນໄຟ ແລະ ລະເບີດທຳລາຍ ປະຊາຊົນ ແລະ ພະສົງຕ່າງກໍແຕກສະຫຼຸຜຸຜ່າຍເພື່ອເອົາຕົວລອດ ເຫຼືອໄວ້ແຕ່ຊາກຫັກພັງຂອງວັດດັ່ງທີ່ເຫັນໃນປັດຈຸບັນ.
ຮູບຊົງຂອງວິຫານ ການອອກແບບອາຄານແມ່ນມີຄວາມປານີດ ເປັນການຜະສົມຜະສານລະຫວ່າງຮູບຄວັດລາຍແບບລາວ ແລະ ໂຄງສ້າງຕຶກແບບຕາເວັນຕົກ. ພາຍໃນມີຮູບແຕ້ມທີ່ເປັນເອກະລັກ ແລະ ງົດງາມຕາມຝາ ບອກເລົ່າເລື່ອງລາວຊີວິດຂອງປະຊາຊົນໃນໄລຍະກ່ອນໄດ້ດີ ພ້ອມທັງມີຮູບປັ້ນຊ້າງ ແລະ ພະພຸດທະຮູບອີກຈຳນວນໜຶ່ງ ຜູ້ຂຽນຂໍອອກຄວາມເຫັນວ່າ ປັ້ນອອກມາໄດ້ສົມສ່ວນ ແລະ ງົດງາມທີ່ສຸດ. ເສຍດາຍແຕ່ວ່າ ຂ້າງໃນຂອງວິຫານ ແມ່ນຫ້າມຖ່າຍຮູບ ເລີຍບໍ່ມີຮູບໃນວິຫານມາໃຫ້ທ່ານຜູ້ອ່ານໄດ້ຊົມຄວາມງົດງາມນຳກັນ. ນອກນັ້ນ ຈຸດພິເສດຂອງວັດນີ້ອີກຢ່າງໜຶ່ງແມ່ນກຳແພງວັດທັງສີດ້ານຈະບໍ່ມີປະຕູໃຫ້ລົດເຂົ້າໄປໃນບໍລິເວນວັດໄດ້ ເພາະເປັນທາງເຂົ້າວັດແມ່ນເປັນຂັ້ນໄດສູງທັງສີ່ທິດເລີຍ.
ແຫລ່ງຂໍ້ມູນຈາກ: www.oohwa.com

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...