Homeຄົມຄິດຄົມຄົນປະໂຫຍກປ່ຽນຊີວິດຂອງ Mark Zuckerberg ເຈົ້າພໍ່ເຟສບຸ໊ກຂອງໂລກ

ປະໂຫຍກປ່ຽນຊີວິດຂອງ Mark Zuckerberg ເຈົ້າພໍ່ເຟສບຸ໊ກຂອງໂລກ

Published on

ເຈົ້າພໍ່ເຟສບຸ໊ກຂອງໂລກຢ່າງ Mark Zuckerberg ເປັນຄົນໜຶ່ງທີ່ປະສົບຄວາມສຳເລັດໃນຊີວິດ Mark ເປັນບຸກຄົນໜຶ່ງທີ່ມີບົດບາດດ້ານການສ້າງແຮງບັນດານໃຈໃຫ້ຫຼາຍຄົນທີ່ຢາກປະສົບຄວາມສຳເລັດຄືກັບລາວ ລວມກຸ່ມຄົນເຫຼົ່ານັ້ນກໍ່ມີແອັດມິນຢູ່ນຳ ມື້ນີ້ແອັດມິນກໍ່ເລີຍມີ 10 ປະໂຫຍກປ່ຽນຊີວິດຂອງ Mark Zuckerberg ທີ່ເມື່ອກ່ອນເປັນຜູ້ບ່າວເຊເພບໍ່ເອົາການເອົາງານ ແຕ່ປັດຈຸບັນມີຊີວິດທີ່ດີໂຄດ… ເຊິ່ງ 10 ປະໂຫຍກທີ່ວ່ານີ້ມີຫຍັງແນ່ເຮົາມາອ່ານນຳກັນເລີຍ

1. ເອົາຊະນະຄົນທີ່ເຄີຍດູຖູກເຮົາໃຫ້ໄດ້ 
2.ຢ່າປ່ອຍໃຫ້ຄົນທີ່ບໍ່ຮູ້ຈັກໃນຕົວຕົນຂອງທ່ານດີມາທຳລາຍຈຸດຢືນຂອງທ່ານໄດ້
3.ເຮັດໃນສິ່ງທີ່ຮັກ ແລະ ຮັກໃນສິ່ງທີ່ເຮັດ
4.ການເຮັດໃນສິ່ງທີ່ມັກຍ່ອມເຮັດໄດ້ງ່າຍ ແລະ ເຮັດໄດ້ດີກວ່າສິ່ງທີ່ບໍ່ມັກ
5.ຜູ້ນຳທີ່ດີຕ້ອງປຸກພະລັງໃນຕົວເອງອອກມາໃຫ້ໄດ້ກ່ອນທີ່ຈະປຸກໄຟໃນຕົວຂອງລູກນ້ອງ
6.ສະແດງໃຫ່ທຸກຄົນໄດ້ຮູ້ວ່າທ່ານຄືຜູ້ນຳຕົວຈິງ ຖ້າຜູ້ນຳເປັນແບບຢ່າງທີ່ດີ ລູກນ້ອງກໍ່ຢາກເດີນຕາມຮອຍ
7.ທ່ານເກັ່ງພຽງຄົນດຽວບໍ່ໄດ້ ທ່ານຕ້ອງສ້າງໃຫ້ລູກທີມຂອງທ່ານເກັ່ງຄືທ່ານພ້ອມ
8.ຢ່າໃຫ້ຄວາມຄິດເຫັນຂອງຄົນອ້ອມຂ້າງມາປິດກັ້ນຄວາມຄິດສ້າງສັນຂອງທ່ານໄດ້
9.ຢ່າເສຍງານພຽງເພາະເຫັນແກ່ຄວາມເປັນເພື່ອນ, ພີ່, ນ້ອງ
10.ຢ່າໃຫ້ໃຜມາລະບາຍຊີວິດ ຫຼື ກຳນົດຊີວິດຂອງທ່ານ ຖ້າສິ່ງທີ່ເຮົາເຮັດຢູ່ເຮົາໝັ້ນໃຈວ່າດີບໍ່ເດືອດຮ້ອນໃຜກໍ່ລຸຍເລີຍ
11.ຢາກປະສົບຄວາມສຳເລັດໃນຊີວິດແມ່ນຕ້ອງຝັນໃຫ້ໄກຝັນໃນສິ່ງທີ່ຄິດວ່າຕົນເອງເຮັດໄດ້ ແລະ ຮັກທີ່ຈະເຮັດແລ້ວກໍ່ເດີນຕາມຄວາມຝັນໄປໃຫ້ເຖິງ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...