spot_img
Homeຂ່າວພາຍ​ໃນສປປ ລາວສະໜັບສະໜູນງານຊີເກມ ຄັ້ງທີ 29 ທີ່ມາເລເຊຍ

ສປປ ລາວສະໜັບສະໜູນງານຊີເກມ ຄັ້ງທີ 29 ທີ່ມາເລເຊຍ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 19 ມີນາ 2017 ນີ້ວ່າ ໃນຕອນເຊົ້າຂອງວັນທີ 18 ມີນາ 2017 ທີ່ເດີ່ນພະທາດຫລວງ ໄດ້ຈັດງານແລ່ນສົ່ງຕໍ່ໄມ້ (Baton Run)ເພື່ອສະໜັບສະໜູນງານມະຫະກຳຊີເກມ ຄັ້ງທີ 29 ທີ່ຈະຈັດຂຶ້ນຢູ່ນະຄອນກົວລາລຳເປີ ປະເທດມາເລເຊຍ ໃນລະຫວ່າງວັນທີ 19-31 ສິງຫາ 2017 ນີ້ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ດາຕຸກ ສາຣະວະນັນ ຮອງລັດຖະມົນຕີກະຊວງຊ່າວໜຸ່ມ ແລະ ກິລາ ແຫ່ງປະເທດມາເລເຊຍ ພ້ອມດ້ວຍນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ໄດ້ໃຫ້ຮູ້ວ່າ: ການແລ່ນສົ່ງຕໍ່ໄມ້ໃນຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນການແລ່ນແທນໃນການແລ່ນທວນໄຟມະຫະກຳກິລາຊີເກມ ແລະ ເປັນການສະໜັບສະໜູນງານມະຫະກຳກິລາຊີເກມ ຄັ້ງທີ 29 ພ້ອມທັງໄດ້ໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ມວນຊົນໄດ້ຮັບຮູ້ເຖິງງານຊີເກມທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ເປັນກິດຈະກຳກິລາເພື່ອຜູກແໜ້ນຄວາມສາມັກຄີ ຂອງປະຊາຊົນບັນດາປະເທດອາຊຽນ ໃຫ້ມີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ, ເປັນການຮ່ວມມື ແລະ ການພົວພັນທີ່ດີຂອງຊາດ ສະມາຊິກອາຊຽນດ້ວຍກັນ, ພ້ອມທັງເປັນການກະຕຸ້ນໃຫ້ນັກກິລາ ແລະ ການນຳກິລາຂອງແຕ່ລະປະເທດໄດ້ມີການກະກຽມການເຂົ້າຮ່ວມຊີເກມ ຄັ້ງທີ 29 ນີ້ ໃຫ້ໄດ້ຮັບໝາກຜົນທີ່ດີ.

ຂະບວນການແລ່ນສົ່ງຕໍ່ໄມ້ ແມ່ນເລີ່ມຈາກເດີ່ນພະທາດຫລວງ ສົ່ງຕໍ່ໄມ້ໃຫ້ ຂະບວນຢູ່ປະຕູໄຊ, ຫລັງຈາກນັ້ນຂະບວນຢູ່ປະຕູໄຊ ສົ່ງຕໍ່ໄມ້ໃຫ້ ຂະບວນຢູ່ຫໍວັດທະນະທຳແຫ່ງຊາດ ຈົນຮອດສວນກິລາເຈົ້າອານຸວົງ, ຫລັງຈາກນັ້ນ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂອງລາວ ສົ່ງຕໍ່ໄມ້ ໃຫ້ກັບ ທ່ານ ຮອງລັດຖະມົນຕີກະຊວງຊ່າວໜຸ່ມ ແລະ ກິລາ ແຫ່ງປະເທດມາເລເຊຍ.

ບົດຄວາມຫຼ້າສຸດ

ພູເຂົາໄຟໃນຟິລິບປິນ ປະທຸໜັກ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ

ປະທຸໜັກ! ພູເຂົາໄຟໃນຟິລິບປິນ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ ສຳນັກຂ່າວຕ່າງປະເທດລາຍງານ ພູເຂົາໄຟຄັນລະອອນ ໃນຟິລິບປິນ ເກີດປະທຸຂຶ້ນໃນຊ່ວງເຊົ້າຂອງວັນອັງຄານ 7 ເມສາ 2025 ຜ່ານມາ, ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງເຖິງ 4,000...

ພະຍາກອນອາກາດ ປະຈໍາວັນທີ 08 ເມສາ 2025, ເວລາ 08 ໂມງ 00

ພາກໃຕ້ຮ້ອນສຸດໂດຍສະເພາະ ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຍັງປົກຄຸມຢູ່ເຂດພາກເຫນືອດ້ານຕາເວັນອອກ ລົງຫາ ພາກກາງຂອງປະເທດ ລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເຫນືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ...

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...