spot_img
Homeຂ່າວຕ່າງປະເທດເປຣູປະເຊີນໜ້າກັບໄພທຳມະຊາດຢ່າງໜັກ "ນ້ຳຖ້ວມ ແລະ ດິນຖະລົ່ມ"

ເປຣູປະເຊີນໜ້າກັບໄພທຳມະຊາດຢ່າງໜັກ “ນ້ຳຖ້ວມ ແລະ ດິນຖະລົ່ມ”

Published on

ການແປຣປວນຂອງສະພາບອາກາດ ແລະ ອຸນຫະພູມຂອງນ້ຳທະເລໃນພາກພື້ນປາຊີຟິກຕອນໃຕ້ ກໍ່ໃຫ້ເກີດນ້ຳຖ້ວມກະທັນຫັນ ແລະ ດິນຖະລົ່ມຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍສິບປີທີ່ເປຣູ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 67 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ລິມາ ປະເທດເປຣູ ເມື່ອວັນທີ 17 ມີນາ 2017 ວ່າ ປະທານາທິ ບໍດີ ເປໂດຣ ປາໂບລ ຄຸກຊິນສກີ ຜູ້ນຳເປຣູ ລົງນາມອະນຸມັດງົບປະມານສຸກເສີນ 2,500 ລ້ານໂຊລ ເພື່ອເລັ່ງບັນ ເທົາວິກິດອຸທົກກະໄພ “ແບບກະທັນຫັນ” ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 67 ຄົນ ແລະ ປະຊາຊົນກວ່າ 70,000 ຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນ ອາຄານ ແລະ ສິ່ງປຸກສ້າງກວ່າ 115,000 ແຫ່ງທີ່ໄດ້ຮັບຄວາມເສຍ ຫາຍ ແລະ ຂົວຢ່າງໜ້ອຍ 117 ແຫ່ງພັງເສຍຫາຍຍ້ອນກະແສນ້ຳພັດຜ່ານຢ່າງແຮງ ໂດຍພື້ນທີ່ທີ່ປະສົບໄພຮ້າຍ ແຮງທີ່ສຸດຢູ່ໃນພາກເໜືອ ລຸ່ມລົງມາຈົນຮອດນະຄອນຫຼວງ ລິມາ ເຊິ່ງຢູ່ແຄມຝັ່ງທາງຕະເວັນຕົກຕອນກາງຂອງປະເທດ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...