spot_img
Homeວັນນະກຳເລື່ອງສັ້ນຄວາມຮັກ ກັບ ດວງ

ຄວາມຮັກ ກັບ ດວງ

Published on

ຄວາມຮັກ ກັບ ດວງ ເລື່ອງນີ້ເປັນເລື່ອງທີ່ເກີດຂຶ້ນແທ້ກັບຍິງສາວຄົນໜຶ່ງທີ່ມີນາມສົມມຸດວ່າ “ປຸ້ຍ” ສາວການຕະ ຫຼາດໜ້າງາມຫຸ່ນດີ ທີ່ມີໜຸ່ມໆເຂົ້າມາຈີບແບບບໍ່ຂາດສາຍ ແຕ່ນາງກໍ່ບໍ່ໄດ້ຄົບກັບໃຜຈິງຈັງ ແລະ ສຸດທ້າຍກໍ່ຈົບດ້ວຍການເລີກລາ ເພາະສ່ວນຫຼາຍນາງຈະເປັນຄົນຈົບເກມຄວາມຮັກກ່ອນສະເຫມີ ທີ່ສາເຫດເປັນແບບນີ້ບໍ່ແມ່ນ ວ່ານາງເປັນຄົນວາງມາດຕະຖານໃນການເລືອກຜູ້ຊາຍທີ່ເຂົ້າມາຈີບນາງໄວ້ສູງ ປຸ້ຍນາງເປັນຄົນເຂົ້າຄົນງ່າຍມີມະນຸດສຳພັນດີ, ອາລົມດີ,​ ໃຈດີກັບທຸກຄົນ ແຕ່ຂໍ້ເສຍນາງມີພຽງຢ່າງດຽວຄືເປັນຄົນທີ່ເຊື່ອເລື່ອງດວງຊະຕາທີ່ສຸດ ໃນດ້ານຂອງການງານນາງກໍ່ເຊື່ອ ເພາະກ່ອນທີ່ນາງຈະອອກໄປພົບລູກຄ້ານາງຕ້ອງເບິ່ງວັນ, ເບິ່ງຄ່ຳງາມຍາມດີເສຍກ່ອນແລ້ວຈິ່ງນັດພົບລູກຄ້າ, ເລື່ອງສີເສື້ອຜ້າທີ່ໃສ່, ລົດທີ່ຂັບ ທັງປ້າຍທັງສີລົດຕ້ອງຖືກສະໂຫຼກກັບນາງ ນັບຮອດການຕົບແຕ່ງໂຕະເຮັດວຽກ ຫຼື ເຮືອນຊານທຸກຢ່າງຄືຕ້ອງຖືກກັບຮວງຈຸ້ຍທັງໝົດ ສ່ວນເລື່ອງຄວາມຮັກນາງຍິ່ງມີຄວາມພິຖີພິຖັນໃນການສະແກຣນຜູ້ຊາຍທີ່ເຂົ້າມາໃນຊີວິດຂອງນາງ ເພາະນອກຈາກຈະເປັນຄົນໜ້າຕາດີ, ຖານະດີ, ການງານດີແລ້ວ ດວງຊະຕາຕ້ອງຄູ່ກັບນາງອີກດ້ວຍນາງຈິ່ງຈະສານສຳພັນຕໍ່ ຖ້າເມື່ອໃດທີ່ນາງເອົາວັນເດືອນປີເກີດຂອງຊາຍທີ່ນາງກຳລັງຄົບຢູ່ມາຄຳນວນກັນແລ້ວດວງຜູ້ຊາຍຄົນນັ້ນບໍ່ສົມພົງກັບນາງ ເຖິງຊາຍຄົນນັ້ນນາງຈະຮູ້ສຶກດີນຳພຽງໃດກໍ່ຕາມນາງກໍ່ຈະຄ່ອຍໆຕີຕົວອອກຫ່າງທັນທີ.

ຍ້ອນນາງປ່ຽນຜູ້ຊາຍເລື່ອຍໆ ນາງຈິ່ງກາຍເປັນເສືອໃນສາຍຕາຂອງຜູ້ຊາຍ ມີຜູ້ຊາຍຫຼາຍຄົນທີ່ຢາກເຂົ້າມາຈີບນາງແຕ່ກໍ່ຕ້ອງຫັກໃຈ ເພາະຢ້ານອົກຫັກ, ຜິດຫວັງ ດ້ວຍເຫດນີ້ຈາກທີ່ເຄີຍເປັນສາວຮ໋ອດໃນໝູ່ຜູ້ຊາຍທີ່ພົບເຫັນ ອະດີດມີຄົນມາຈີບບໍ່ເຄີຍຂາດ ແລະແລ້ວມື້ໜຶ່ງປຸ້ຍກໍ່ໄດ້ຮູ້ຈັກກັບຄວາມອ້າງວ້າງດຽວດາຍ ປຸ້ຍນາງຄອງໂສດເຫງົາໃຈຕິດຕໍ່ກັນເປັນເວລາ 2 ປີ ກ່ອນຈະໄດ້ພົບກັບຜູ້ຊາຍຄົນໜຶ່ງຜ່ານທາງເຟສບຸ໊ກ ເຊິ່ງຜູ້ຊາຍຄົນນັ້ນນາງກໍ່ຮູ້ຈັກດີ ເພາະເປັນເພື່ອນເຄີຍຮຽນຢູ່ໂຮງຮຽນດຽວກັນແຕ່ຮຽນຄົນລະຫ້ອງ ມີນາມສົມມຸດວ່າ “ຊາຍ” ທຳອິດທັງສອງກໍ່ໄດ້ທັກທາຍກັນຕາມພາ ສາຄົນເຄີຍຮູ້ຈັກກັນ ເຄີຍຮຽນຢູ່ໂຮງຮຽນດຽວກັນ ຜ່ານໄປປະມານເດືອນໜຶ່ງ ປຸ້ຍກໍ່ເລີ່ມມີຄວາມຮູ້ສຶກດີໆອີກຄັ້ງກັບຜູ້ຊາຍຄົນນີ້ ແລະ ຊາຍເອງກໍ່ມີທ່າທີວ່າຈະສົນໃຈປຸ້ຍຢູ່ບໍ່ໜ້ອຍ ແລະ ກໍ່ຕາມເຄີຍ ປຸ້ຍກໍ່ເອົາວັນເດືອນປີເກີດຂອງຊາຍ ມາຄຳນວນຜູກດວງຊະຕາກັບຕົວເອງ ແລ້ວໃນທີ່ສຸດຜູ້ຊາຍທີ່ປຸ້ຍຕາມຫາກໍ່ບໍ່ແມ່ນຄົນອື່ນຄົນໄກ ນັ້ນກໍ່ຄືຊາຍ ຜູ້ຊາຍທີ່ເຄີຍຮຽນຮ່ວມໂຮງຮຽນດຽວກັນນີ້ເອງ ປຸ້ຍນາງຮູ້ສຶກດີໃຈມຸ້ງມິ້ງຟຸ້ງຟິ້ງທີ່ສຸດທີ່ໄດ້ພົບກັບເນື້ອຄູ່ທີ່ດວງຊະຕາກຳນົດໄວ້ ນີ້ມັນອາດເປັນພົມລິຄິດແທ້ຈິງ ທີ່ເສືອຜູ້ຊາຍຢ່າງປຸ້ຍ ໄດ້ມາພົບກັບ ສິງຜູ້ຍິງຢ່າງຊາຍ ເພາະທັງສອງມີປະສົບການຄວາມຮັກທີ່ຜ່ານມາບໍ່ໜ້ອຍແຕ່ກໍ່ຍັງລອດຈາກການແຕ່ງງານມາພົບກັນຈົນໄດ້ ພຽງເວລາ 3 ເດືອນໃນການສຶກສາເບິ່ງໃຈກັນໃນທີ່ສຸດທັງສອງກໍ່ຕົກລົງປົງໃຈແຕ່ງງານໃຊ້ຊິວິດຄູ່ຮ່ວມ ກັນ.

ໃນວັນຄົບຮອບວັນແຕ່ງງານຄົບ 1 ປີ ປຸ້ຍກໍ່ໄດ້ອອກມາໂພສຕ໌ຄວາມຮູ້ສຶກຂອງຕົນເອງລົງເຟສບຸ໊ກວ່າ:

“ຜູ້ຊາຍໃນຈິດຕະນາການຂອງຂ້ອຍບໍ່ຕ້ອງເປັນຄົນທີ່ເພີເຟັກຫຼາຍ ຂໍໃຫ້ດວງເຂົ້າກັບຂ້ອຍກໍ່ພໍ, ມີໝູ່ຂ້ອຍຄົນໜຶ່ງເຄີຍບອກວ່າ ຜູ້ຊາຍທີ່ຂ້ອຍຕາມຫານັ້ນບໍ່ມີຢູ່ຈິງດອກ! ແຕ່ເລື່ອງໂຊກຊະຕາໃຜສິໄປຮູ້! ໃນທີ່ສຸດຂ້ອຍກໍ່ໄດ້ພົບຜູ້ຊາຍຄົນນັ້ນ ແລະ ຜູ້ຊາຍຄົນນີ້ຂອງຂ້ອຍເປັນຜູ້ຊາຍທີ່ດີກວ່າໃນຈິດຕະການທີ່ຂ້ອຍວາດເຄີຍຝັນເອົາໄວ້ອີກ”

ເລື່ອງລາວຂອງຄວາມຮັກມັນຍາກທີ່ຈະຄາດເດົາ ແລະ ຍາກທີ່ຈະກຳນົດໄດ້ ຄູ່ຊີວິດຂອງແຕ່ລະຄົນມີທີ່ມາທີ່ໄປທີ່ແຕກຕ່າງກັນ ແຕ່ລະຄົນມີເລື່ອງລາວທີ່ຊັບຊ້ອນຕ່າງກັນອອກໄປ ບາງຄົນກໍ່ໄດ້ພົບກັບບົດຄວາມຮັກທີ່ຫວານຊື້ນ, ບາງຄົນກໍ່ໄດ້ພົບກັບບົດຄວາມຮັກທີ່ຂົ່ມຂື່ນ, ທັງອຸປະສັກ ແລະ ບົດທົບສອບຫຼາກຫຼາຍ ບາງຄົນສຸດທ້າຍກໍ່ສົມຫວັງຈົບແບບສວຍງາມ ບາງຄົນກໍ່ຈົບແບບຊ້ຳຈຸກເອິກ! ນີ້ແຫຼະເຂົາເອີ້ນວ່າ… ຄວາມຮັກ ທຸກສິ່ງເໜືອຈິນຕະນາການທີ່ກຳນົດໄວ້ສະເໝີ

 

 

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...