Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດທີ່ເຮັດໃຫ້ຜິວແຕກລາຍ

ສາເຫດທີ່ເຮັດໃຫ້ຜິວແຕກລາຍ

Published on

ບໍ່ມີແມ່ຍິງຄົນໃດ ຢາກມີຜິວແຕກລາຍ ເຊິ່ງມັນຈະແຕກລາຍຢູ່ບໍລິເວນຂາ, ສະໂພກ, ກົ້ນ ເຊິ່ງມັນຈະກະທົບຕໍ່ຄວາມໝັ້ນໃຈຂອງແມ່ຍິງຫຼາຍ, ເພື່ອແກ້ໄຂບັນຫາຜິວແຕກລາຍນີ້ ເຮົາຕ້ອງມາຮູ້ຈັກກັບສາເຫດທີ່ເຮັດໃຫ້ຜິວແຕກລາຍນີ້ສາກ່ອນ ເພື່ອເຮົາຈະປ້ອງກັນກັບບັນຫາຜິວທີ່ຈະເກີດຂຶນພາຍຫຼັງ

  1. ການຖືພາ: ເອສໂຕຣເຈນ ຊ່ວຍກະຕຸ້ນການກໍ່ຕົວຂອງໄຂມັນ ເຊິ່ງເປັນປະໂຫຍດຫຼາຍຂອງການຖືພາ ຫລືການເປັນປະຈຳເດືອນ, ໃນກໍລະນີແມ່ຍິງຖືພາເສັ້ນໃຍຄໍລາເຈນຈະຢຸດເຮັດວຽກ ແລະເຮັດໃຫ້ຜິວແຕກລາຍ
  2. ອາຍຸເພີ່ມຂຶ້ນ: ອາຍຸຫຼາຍຂຶ້ນ ສົ່ງຜົນຕໍ່ການໃຊ້ພະລັງງານ ເຊິ່ງພະລັງງານນີ້ເປັນສິ່ງທີ່ຈຳເປັນຫຼາຍ ສຳລັບການຮັກສາຮູບຮ່າງໃນຮ່າງກາຍ, ດັ່ງນັ້ນ ຜູ້ອາຍຸສູງ ຄວນເອົາໃຈໃສ່ກັບການກິນໃຫ້ດີ ບໍ່ເຊັ່ນນັ້ນຈະເຮັດໃຫ້ມີນໍ້າໜັກເກີນ ແລະການສະສົມໄຂມັນ
  3. ນໍ້າໜັກເພີ່ມຂຶ້ນ: ນໍ້າໜັກຫຼາຍຂຶ້ນ ຈະເຮັດໃຫ້ມີການສະສົມຂອງໄຂມັນສ່ວນເກີນ ເຊິ່ງກໍ່ໃຫ້ເກີດຜິວແຕກລາຍ
  4. ລະບົບໄຫຼວຽນບໍ່ດີ: ການໄຫຼວຽນຂອງເລືອດຈະນຳສານອາຫານເຂົ້າສູ່ຮ່າງກາຍ ແລະເອົາອົກຊີໄປຫາເຊວຕ່າງໆໃນຮ່າງກາຍ, ຖ້າຫາກການໄຫຼວຽນຂອງເລືອດບໍ່ດີ ຈະເຮັດໃຫ້ເສັ້ນໃຍຫົດຕົວລົງ ແລະຜິວໜັງຂອງເຮົາກໍຈະບໍ່ລຽບນຽນ
  5. ບໍ່ອອກກຳລັງກາຍ: ຖ້າບໍ່ມັກອອກກຳລັງກາຍ ຈະເຮັດໃຫ້ການໄຫຼວຽນຂອງເລືອດບໍ່ດີ ເຮັດໃຫ້ເລືອດຈະໄຫຼໄປຫາອະໄວຍະວະ ແລະເນື້ອເຍື່ອຂອງຮ່າງກາຍໜ້ອຍລົງ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...