spot_img
Homeຂ່າວພາຍ​ໃນສະຫວັນນະເຂດສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງໂດຍບໍ່ມີເງື່ອນ

ສະຫວັນນະເຂດສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງໂດຍບໍ່ມີເງື່ອນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 10/03/2017 ວ່າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງໂດຍບໍ່ມີເງື່ອນໄຂ.

ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງ ທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ.

ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສະຫວັນນະເຂດ ໄດ້ເປີດເຜີຍຫວ່າງບໍ່ດົນນີ້ວ່າເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...