spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຜົນເສຍທີ່ເກີດຈາກ "ການນອນເດິກ"

ຜົນເສຍທີ່ເກີດຈາກ “ການນອນເດິກ”

Published on

ການນອນເດິກມີອັນຕະລາຍຫຼາຍກວ່າທີ່ຄິດ ເຊິ່ງຂໍ້ເສຍຂອງການນອນເດິກມີຫຼາຍໆຂໍ້ ທ່ານເຄຍສັງເກດຕົວເອງບໍວ່າ ເປັນຫຍັງຊ່ວງນີ້ຄືໃຈຮ້າຍ, ມັກລືມ, ສະໝອງເຮັດວຽກຊ້າ ເຄີຍສົງໄສຕົວເອງຫຼືບໍ່, ຖ້າຫາກທ່ານເປັນແບບນີ້ລອງເຊັກຕົວເອງວ່າຊ່ວງນີ້ນອນເດິກ ຫຼືບໍ່, ເນື່ອງຈາກອາການເຫຼົ່ານີ້ ເປັນຜົນທີ່ມາຈາກການນອນເດິກ, ພັກຜ່ອນບໍ່ພຽງພໍ ເຊິ່ງການນອນເດິກນັ້ນມີອັນຕະລາຍຫຼາຍຢ່າງດັ່ງນີ້

  1. ອາລົມບໍ່ດີ ໃຜທີ່ນອນ 4-5 ຊົ່ວໂມງ/ຄືນ ເປັນເວລາ 7 ວັນຈະເຮັດໃຫ້ອາລົມບໍ່ດີປົນນຳ
  2. ສະໝອງຮັບຮູ້ໄດ້ຊ້າລົງ ເຖິງຂັ້ນບໍ່ຮຽນຮູ້ສິ່ງໃໝ່ໆ
  3. ເຈັບຫົວ, ຕົວຮ້ອນ, ບໍ່ສະບາຍ ເພາະເລືອດໄປລ້ຽງສະໝອງບໍ່ພຽງພໍ
  4. ນໍ້າໜັກຂຶ້ນ, ຕຸ້ຍໄດ້ ເພາະຄົນນອນເດິກມັກຫິວຕອນເດິກ ແລະກິນຕະຫຼອດເວລາ
  5. ເປັນພະຍາດຫົວໃຈໄດ້ງ່າຍ ເພາະມີອັດຕາການເຕັ້ນຂອງຫົວໃຈບໍ່ປົກກະຕິ
  6. ມີພູມຄຸ້ມກັນຕໍ່າລົງ ເຮັດໃຫ້ລະບົບການເຮັດວຽກຕ່າງໆຂອງຮ່າງກາຍບໍ່ຟື້ນຟູ
  7. ຮູ້ສຶກອິດເມື່ອຍ ແລະເຮັດຫຍັງຊ້າໄປໝົດ ເພາະຮ່າງກາຍຕອບສະໜອງຊ້າ
  8. ມີສາຍຕາມົວໆ ເພາະກ້າມເນື້ອຫົວໃຈບໍ່ໄດ້ຮັບການສ້ອມແຊມ
  9. ຕັດສິນໃຈສິ່ງຕ່າງໆຜິດ ຄວາມຄິດຕ່າງໆປະມວນຜົນຊ້າລົງກວ່າເກົ່າ ແລະເຮັດໃຫ້ຕັດສິນໃຈຜິດພາດ
  10. ບໍ່ມີສະມາທິໃນການເຮັດສິ່ງຕ່າງໆເຊັ່ນ: ການຂັບລົດ, ການຫຼິ້ນກິລາ, ການຮຽນ, ການເຮັດວຽກ
  11. ມີອາການບໍ່ສະບາຍງ່າຍ ເພາະພູມຕ້ານທານຕໍ່າລົງ ເຮັດໃຫ້ເປັນພະຍາດໄດ້ງ່າຍ
  12. ສະມັດຕະພາບທາງເພດເສື່ອມ ເຮັດໃຫ້ໂຮໂມນໃນຮ່າງກາຍຕໍ່າລົງ
  13. ມັກລືມ ເພາະເຊວປະສາດຈະໜາຂຶ້ນ ສະໝອງອາດເສື່ອມ ແລະກາຍເປັນພະຍາດອັນໄຊເມີໄດ້
  14. ອາຍຸສັ້ນ ເມື່ອເຮົານອນເດິກຮ່າງກາຍຈະອ່ອນເພຍລົງ ແລະເຮັດໃຫ້ຊີວິດສັ້ນລົງໄດ້

ເມື່ອເຮົາຮູ້ຂໍ້ເສຍຂອງການນອນເດິກແບບນີ້ແລ້ວ ກໍຕ້ອງຫັນມາຮັກສຸຂະພາບຮ່າງກາຍເຮົາໃຫ້ກັບມາເຂັ້ມແຂງ ດ້ວຍການນອນໄວ, ນອນພັກຜ່ອນໃຫ້ພຽງພໍ, ກິນອາຫານໃຫ້ຄົບ 5 ໝູ່ ພຽງເທົ່ານີ້ກໍເຮັດໃຫ້ປາສະຈາກອາການທັງໝົດນີ້ແລ້ວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...