spot_img
Homeຂ່າວພາຍ​ໃນຜູ້ໃດບໍ່ເສຍພາສີອາກອນ ຄົນຜູ້ນັ້ນແມ່ນບໍ່ຮັກຊາດ!

ຜູ້ໃດບໍ່ເສຍພາສີອາກອນ ຄົນຜູ້ນັ້ນແມ່ນບໍ່ຮັກຊາດ!

Published on

 

 

ການ​ບໍ່​ເສຍ​ພາ­ສີ​ອາ­ກອນແມ່ນ​ບໍ່​ຮັກ​ຊາດ​ ນີ້ແມ່ນ​ໜຶ່ງ​ໃນ​ຈິດ­ໃຈທີ່ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກລັດ­ຖະ­ມົນ­ຕີ

ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່​ອຳນາດ​ການ​ປົກ­ຄອງ​ເມືອງ​ຫາດຊາຍຟອງ ນຳ­ໄປ​ລົງ​ປຸກ­ລະ­ດົມ​ຂົນຂວາຍ​ພໍ່​ແມ່​ປະ­ຊາ­ຊົນ ແລະ

ຫົວໜ່ວຍ​ທຸ­ລະ​ກິດ ​ໃຫ້​ເອົາ­ໃຈ­ໃສ່​ປະກອບ​ສ່ວນ​ສ້າງ​ລາຍ​ຮັບ​ແກ່​ເມືອງ ກໍ​ຄື​ປະ­ເທດ ທັງ​ນີ້ກໍ​ເພື່ອ​ພັດ­ທະ­ນາເມືອງ

​ຫາດ​ຊາຍ​ຟອງໃຫ້​ກາຍ­ເປັນເມືອງ​ທີ່​ມີ​ການ​ ພັດ­ທະ­ນາ ແລະ ເຂັ້ມແຂງ​ດ້ານ​ເສດ­ຖະ­ກິດ​ຫຼາຍ​ຂຶ້ນ.

ໃນ​ວັນ​ທີ 12 ສິງ­ຫາ​ຜ່ານ​ມາ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີ ພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງຢ້ຽມ­ຢາມ ແລະ

ເຮັດ​ວຽກ​ຢູ່​ເມືອງຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງຈັນ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຢ່າງອົບ​ອຸ່ນ​ຈາກ​ອຳ­ນາດ​ການ​ປົກ

­ຄອງເມືອງ ແລະ ປະຊາ­ຊົນ​ພາຍ​ໃນເມືອງ​ດັ່ງ­ກ່າວ.

ທ່ານ ບຸນ​ທາມ ພຸດ​ທະ​ວົງ­ສາ ເຈົ້າ­ເມືອງໆ​ຫາດ​ຊາຍ​ຟອງ​ໄດ້ລາຍງານສະພາບທີ່ຕັ້ງ ແລະ ຈຸດພິເສດຂອງເມືອງຫາດ

ຊາຍຟອງ ລວມເຖິງລາຍງານສະພາບການພັດທະນາເສດຖະກິດ – ສັງຄົມ ຂອງເມືອງໃຫ້ແກ່ທ່ານນາຍົກໄດ້ຮັບຊາບ.

ຈາກ​ນັ້ນ, ​ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີກໍ່​ໄດ້​ໃຫ້​ກຽດ​ໂອ້​ລົມ ແຕ່​ກ່ອນ​ອື່ນ​ທ່ານ​ໄດ້ກ່າວ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ຜົນ­ງານ​ອັນ​ຫຼາກ

ຫຼາຍ ​ທີ່​ທາງ​ເມືອງ​ສາ­ມາດ​ຍາດ​ມາ​ໄດ້ໃນ​ໄລ­ຍະ​ຜ່ານ​ມາ ໜຶ່ງ​ໃນ​ນັ້ນ​ໄດ້​ເນັ້ນ​ໃຫ້ອຳ­ນາດ​ການ​ປົກ­ຄອງ​ເມືອງ​ເອົາ­ໃຈ­ໃສ່

ບຸກ​ບືນ​ໃນ​ການ​ຈັດ​ເກັບ​ລາຍຮັບ​ເຂົ້າ​ງົບປະ­ມານ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ ລົງ​ຄົ້ນຄວ້າ​ປຸກ­ລະ­ດົມ​ຂົນ­ຂວາຍ​ປະ­ຊາ­ຊົນ​ຕະ

ຫຼອດ​ຮອດ​ບັນ­ດາ​ບໍ­ລິ­ສັດ ແລະ ຫ້າງ​ຮ້ານໃຫ້​ມີ​ຄວາມ​ຕື່ນ​ຕົວ​ໃນ​ການ​ເສຍ​ພາ­ສີ​ອາ­ກອນ.

ຜູ້​ທີ່​ຮັກ​ຊາດ​ຕ້ອງ​ປະ­ຕິ­ບັດ​ພັນ­ທະຕ້ອງ​ເສຍ​ອາ­ກອນ​ໃຫ້​ຖືກ­ຕ້ອງ​ ຜູ້​ໃດ​ບໍ່ເສຍ​ພາ­ສີ​ອາ­ກອນ​ບໍ່​ປະ­ຕິ­ບັດ​ພັນ­ທະ​ຕາມລະ­

ບຽບ​ກົດ­ໝາຍ ​ຖື​ວ່າ​ຜູ້​ນັ້ນ​ແມ່ນ​ບໍ່​ຮັກຊາດ​ ນີ້​ແມ່ນ​ໜຶ່ງ​ເນື້ອ​ໃນ​ຈິດ­ໃຈ​ທີ່​ທ່ານ​ນາຍົກ​ໄດ້​ເນັ້ນ​ໃຫ້​ອຳ­ນາດ​ການ​ປົກ​ເມືອງ

ຫາຍ​ຊາຍ​ຟອງ​ ລົງ​ໄປ​ລະດົມ​ຂົນ­ຂວາຍປະ­ຊາ­ຊົນ​ ໃຫ້​ປະ­ກອບ­ສ່ວນ ເພື່ອ​ມາ​ພັດ­ທະ­ນາ​ເມືອງ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ໄດ້

​ຢ່າງ​ແຂງ­ແຮງ.

 

ແຫຼ່ງຂ່າວ: http://www.sedthakid.la/home/khao/19917.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...