spot_img
Home​ຂ່າວບັນເທິງBobby Atsavin ກັບຄວາມສາມາດ ອີກຫລາກຫລາຍດ້ານ

Bobby Atsavin ກັບຄວາມສາມາດ ອີກຫລາກຫລາຍດ້ານ

Published on

       10418399_700037900033848_789756346573170832_n  

ໜຸ່ມຫລໍ່ເຈົ້າ​ສະ​ເໜ່ Bobby  Atsavin ຊື່ນີ້ທີ່​ກຳລັງ​ເປັນ​ທີ່​ກ່າວ​ເຖິງໃນ​ຕອນ​ນີ້ຫລາຍໂດຍສະເພາະໄວໝຸ່ມລາວ ແລະ ຕອນນີ້​ໄດ້​ເຂົ້າ​ໄປ​ຢູ່​ໃນ​ໃຈ​ທຸກ​ຄົນ​ແລ້ວ ​ດ້ວຍ​ຄວາມ​ສາມາດ​ທີ່ຫຼາກຫຼາຍ​ຈົນມັດ​ໃຈ​ທຸກ​ຄົນ​ໄວ້​ໄດ້,​ ຈາກ​ເລີ່​ມຕົ້ນ​ທີ່​ທຸກ​ຄົນ​ໄດ້​ເຫັນ​ທາງ​ຕົ້ນ​ສັງກັດ​ KPY  Entertainment ​ເລີ່​ມ​ໂປຣ​ໂຫມດຫລາຍໆຄົນຕ່າງກໍ່ມີ​ສຽງວິພາກ​ວິຈານ​ຕ່າງໆນາໆວ່າ​ມີ​ດີ​ແຕ່ຄວາມຫຼໍ່, ຂາຍໜ້າຕາ​ແນ່ນອນ​ແບບ​ນີ້. ​ແຕ່​ເມຶ່ອ Single “ຂໍ​​ໂອກາດ​ອີກ​ຄັ້ງ” ຂອງ Bobby ​ໄດ້​ປ່ອຍ​ອອກມາ​ທາງ​ວິທະຍຸ ​ແລະ Youtube ທຸກ​ຄົນ​ກໍ່​ໄດ້​ສຳ​ພັດ​ກັບສະເຫນ່ ​ດ້ວຍ​ນ້ຳ​ສຽງສຸດ​ເທ້​ແບບ​ມີ​ເອກະລັກ​ ​ທັງຍັງ​ມີ​ສ່ວນ​ຮ່ວມ​ຂຽນ​ເນຶ້ອ RAP ​ເອງ​ອີກ​ດ້ວຍ. ແຕ່ທີ່ເໜືອຈາກຄວາມສາມາດທາງດົນຕີ Bobby ກໍ່ຍັງ​ມີທຸລະ​ກິດທີ່​ເຮັດ​ຮ່ວມ​ກັບໝູ່ອີກ ​ເຊິ່ງ​ເປັນ​ຮ້ານ​ຂາຍ​ເສຶ້ອຜ້າ​ທີ່​ສາມາດ​ພິມ​ລາຍ​ເສຶ້ອ​ໄດ້​ທຸກ​ແບບ​ໂດຍ​ໃສ່​ຊຶ່ຮ້ານ​ວ່າ “2Byoung” ແລ້ວຍັງ​ມີ​ກິດຈະກຳ​ທີ່​ມັກ​ອີກ​ຢ່າງ​ກໍ່ຄືການ​ຂີ່​ລົດຈັກ BigBike ຈົນ​ຕອນ​ນີ້ກໍ່​ໄດ້​ເຂົ້າ​ຮ່ວມ​ສະມາຄົມ​ຄົນ​ຮັກ​ລົດ​ອີກ​ດ້ວຍ ​ແລະຍັງ​ມີ​ກິລາ​ທີ່​ມັກຫຼິ້ນຄື ​ເຕະບານ ​ແລະ ​ຕີມວຍ ເພື່ອເປັນການອອກກຳລັງກາຍແຖມໄດ້ດູແລຫຸ່ນອີກດ້ວຍ.

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...