spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສຳເລັດໄປອີກຂັ້ນ! ການທົດລອງຢາຂ້າມະເຮັງໃນອາວະກາດຂອງນັກວິທະຍາສາດຊາວຣັດເຊຍ

ສຳເລັດໄປອີກຂັ້ນ! ການທົດລອງຢາຂ້າມະເຮັງໃນອາວະກາດຂອງນັກວິທະຍາສາດຊາວຣັດເຊຍ

Published on

ເມື່ອວັນສຸກที 3 ມີນາ 2017 ທີ່ຜ່ານມາ ໜັງສືພິມທ້ອງຖິ່ນ Izvestia ໄດ້ລາຍງານຂ່າວວ່າ ນັກວິທະຍາສາດຊາວຣັດເຊຍປະສົບຄວາມສຳເລັດໃນການທົດສອບຢາຂ້າມະເຮັງໃນອາວະກາດ ເຊິ່ງສາມາດຕໍ່ຕ້ານກ້ອນເນື້ອຮ້າຍທຸກຊະນິດ ແລະ ທຸກຂັ້ນຕອນໃນຮ່າງກາຍມະນຸດໄດ້

“ຢານີ້ມີຊື່ວ່າ ‘thermal shock protein’ ສາດສະດາຈານ Andrei Simbirtsev ຮອງຜູ່ອຳນວຍການສະຖາບັນວິໄຈທາງວິທະຍາສາດການບຳບັດທາງຊີວະພາບບໍລິສຸດຂັ້ນສູງຂອງໜ່ວຍງານດ້ານການແພດ ແລະ ຊີວະພາບແຫ່ງຣັດເຊຍກ່າວວ່າ

“Simbirtsev ກ່າວວ່າ ໂປຣຕິນຕົວນີ້ບໍ່ພຽງແຕ່ຈະຊ່ວຍປົກປ້ອງເຊລຂອງມະນຸດບໍ່ໃຫ້ຖືກທຳລາຍ ແຕ່ຍັງຊ່ວຍໃຫ້ເຊລເຜີຍໃຫ້ເຫັນແອນຕິເຈນຂອງມະເຮັງ ເພື່ອກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍໃຫ້ທຳງານ, ໂປຣຕິນທີ່ຢູ່ໃນຮ່າງກາຍມະນຸດນັ້ນມິປະລິມານໜ້ອຍ ແຕ່ຢ່າງໃດກໍ່ຕາມ ນັກວິທະຍາສາດຊາວຣັດເຊຍໄດ້ຢືນຢັນວ່າຢີນທີ່ດູແລເລື່ອງນີ້ຈະສ້າງເຊລແບດທີເຣຍທີ່ສາມາດຜະລິດໂປຣຕິນໄດ້”

“ເຊລແບດທີເຣຍດັ່ງກ່າວສາມາດເພີ່ມຈຳນວນໄດ້ເປັນຢ່າງດີ ເພື່ອໃຫ້ເຮົາໄດ້ໂປຣຕິນໃນປະລິມານທີ່ບໍ່ຈຳກັດ ” Simbirtsev ກ່າວຕື່ມອີກວ່າ ຢາຕົວນີ້ໄດ້ຮັບການທົດສອບໃນໜູທີ່ເປັນມະເຮັງຜິວໜັງຊະນິດເມລາໂນມາ ແລະ ຊາຣໂຄມາ ເຊິ່ງຜົນການສຶກສາພົບວ່າມີການຮັກສາເປັນໄປໄດ້ຢ່າງສົມບູນ ເຖິງຈະເປັນການຮັກສາມະເຮັງໃນໄລຍະລຸກລາມໄປຫຼາຍແລ້ວກໍ່ຕາມ”

ຢ່າງໃດກໍ່ຕາມ ນັກວິທະຍາສາດຍັງຄົງຕ້ອງໃຊ້ເວລາອີກໜຶ່ງປີ ເພື່ອດຳເນີນການສຶກສາໄລຍະກ່ອນທົດລອງໃນຄົນໃຫ້ສຳເລັດກ່ອນ ເພື່ອໃຫ້ແນ່ໃຈວ່າຕື່ມອີກວ່າຢາຕົວນີ້ຈະບໍ່ກໍ່ໃຫ້ເກີດສານພິດໃດໆຕໍ່ຮ່າງກາຍ.

 

ແຫລ່ງຂໍ້ມູນຈາກ: https://board.postjung.com/1017269.html

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...