spot_img
Homeຂ່າວຕ່າງປະເທດດູໄບເຜີຍກຽມສ້າງຕຶກໝູນໄດ້ 360 ອົງສາ ໃນປີ 2020

ດູໄບເຜີຍກຽມສ້າງຕຶກໝູນໄດ້ 360 ອົງສາ ໃນປີ 2020

Published on

ນີ້ຄືແນວຄິດຂອງ David Fisher ໂດຍ Dynamic Tower ສອງສະຖາປະນິກທີ່ມີຄວາມຄິດໃນການສ້າງຕຶກທີ່ມີທັງໝົດ 80 ຊັ້ນ ດ້ວຍຄວາມສູງປະມານ 1,273 ແມັດ ແຕ່ລະຊັ້ນມີຄວາມພິເສດຄືມັນສາມາດໝູນໄດ້ 360 ອົງສາ ໂດຍຜູ້ໃຊ້ສາມາດຄວບຄຸມຄວາມໄວຄວາມຊ້າໄດ້ ຫຼື ສັ່ງການໃຫ້ມັນຢຸດໝູນໄດ້ໂດຍສຽງ ໂດຍຕຶກແຫ່ງນີ້ສະຖາປະນິກໄດ້ແຮງບັນດານໃຈຈາກຕຶກການເບິ່ງ Olympic Tower ໃນນະຄອນ ນິວຢອກ ເມື່ອ 10 ປີທີ່ຜ່ານມາ

ນີ້ບໍ່ແມ່ນໂປຣເຈັກຫາກໍ່ເລີ່ມ ແຕ່ວ່າ Dynamic Tower ເຄີຍຢື່ນສະເໜີໄປຕັ້ງແຕ່ປີ 2008 ແຕ່ເມືອບໍ່ດົນມານີ້ມີປະກາດກຳນົດການເຜີຍໂສມຢ່າງເປັນທາງການແບບຄາດການເອົາໄວ້ວ່າ ປີ 2020 ຈະເລີ່ມສ້າງ

Dynamic Architecture ເຈົ້າຂອງໂຄງການເຜີຍວ່າ ຈະມີການເປີດໃຫ້ຜູ້ສົນໃຈເຂົ້າຊື້ຫ້ອງພັກໃນຕຶກແຫ່ງນີ້ ໂດຍແຕ່ລະຫ້ອງອາດມີລາຄາສູງເຖິງປະມານ 4-40 ລ້ານໂດລາ ເຊິ່ງງານນີ້ຕ້ອງລໍຖ້າຊົມຄວາມອັດສະຈັນຂອງດູໄບໄດ້ອີກ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...