spot_img
Homeຄວາມງາມ5 ກິດຈະກຳ​ຊ່ວຍ​ຜ່ອນ​ຄາຍ ແຖມ​ຮ່າງກາຍ​ຍັງ​ຫຸ່ນດີ

5 ກິດຈະກຳ​ຊ່ວຍ​ຜ່ອນ​ຄາຍ ແຖມ​ຮ່າງກາຍ​ຍັງ​ຫຸ່ນດີ

Published on

5 ກິດຈະກຳ​ຊ່ວຍ​ຜ່ອນ​ຄາຍ ແຖມ​ຮ່າງກາຍ​ຍັງ​ຫຸ່ນດີ

1. ຕີມວຍ ( ຄິກບັອກຊິງ) ຕີ​ໃຫ້​ເຊົາກັງວົນ

ແທນ​ທີ່​ຈະ​ລະບາຍ​ອາລົມ​ໃສ່​ໝອນ​ແບບ​ບໍ່​ຢຸດຢັ້ງ ກໍ​ເອົາ​ພະລັງ​ຄວາມ​ກັງວົນ​ທັງ​ໝົດ​ທີ່​ມີ​ ມາ​ຍົກ​ແຂນ​ຂາ​ເຕະ​ຕີ ​ກັບ ​ກິດຈະກຳ​ ຕີມວຍ​ດີກວ່າ ນອກ​ຈາກ​ຈະ​ຊ່ວຍ​ຫລຸດ​ຄວາມ​ຮ້ອນ​ໃນ​ອາລົມ​ຂອງ​ທ່ານ​ແລ້ວ ກໍ​ຍັງ​ຊ່ວຍ​ກະ​ຊັບ​ກ້າມ​ເນື້ອ​ເກືອບ​ທຸກ​ສັດ​ສ່ວນ​ໃນ​ຮ່າງກາຍ ຈາກ​ການ​ບິດແອວໄປ​ມາ ຟິດ​ຮູບຮ່າງໃຫ້ສົມບູນແບບໄດ້​ນໍາອີກ​

2. ໂຍ​ຄະ ມິດ ເອີ້ນ​ຄວາມ​ສະຫງົບ

ບໍ່​ພຽງ​ແຕ່​ກິດຈະກຳ​ທີ່​ຕ້ອງ​ອອກ​ແຮງ​ຫລາຍ​ເທົ່າ​ນັ້ນ ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ເຊົາກັງວົນ​ໄດ້ ແຕ່​ກິດຈະກຳ ​ຢູ່ກັບທີ ກໍ່ຄື ​ໂຍ​ຄະ ​ກໍ​ເປັນ​ວິທີ​ຜ່ອນ​ຄາຍ​ຄວາມ​ຕຶງ​ຄຽດ​ໄດ້ ​ບໍ່​ນ້ອຍ​ເຊັ່ນ​ກັນ ໂດຍ​ສະເພາະ​ກັບ​ຄົົນທີ່​ອຸກໃຈ​ແລ້ວ​ ມັກ​ເກັບ​ໂຕຢູ່​ງຽບໆ ຄົນ​ດຽວ​ຫລາຍກວ່າ​ຈະ​ອອກ​ໄປ​ໃດ ກໍ​ສາມາດ​ເລືອກ​ເປີດ​ເພງ​​ເບົາ ແລ້ວ​ອອກສະ​ເຕັບ ​ໂຍ​ຄະ ​ຕາມ​ໃຈ ຍືດ​ເສັ້ນ​ຍືດ​ສາຍ​ ແລະ ​ເຮັດ​ສະ​ມາ​ທິ​ໃຫ້​ຕົນ​ເອງ​ໜ້ອຍໜຶ່ງ ພຽງແຕ່ເທົ່າ​ນີ້ ​ກໍ​ຈະ​ຮູ້ສຶກ​ ສົດ​ຊື່ນ​ໄດ້​ແລ້ວ​

3. ແລ່ນ ໜີ​ຄວາມ​ອຸກໃຈ

ວິທີ​ໜີ​ຄວາມ​ອຸກໃຈ ທີ່​ງ່າຍ​ທີ່ສຸດ​ອີກ​ວິທີ​ໜຶ່ງ​ກໍ ຄື ການ​ແລ່ນ ເພາະ​ການ​ແລ່ນ​ເປັນ​ກິດຈະກຳ​ທີ່​ຕ້ອງ​ເຮັດ​ຊ້ຳ​ໆ ຕໍ່​ເນື່ອງ​ໄປ​ເລື່ອຍ​ໆ ແຖມ​ບໍ່ແມ່ນ​ກິດຈະກຳ​ທີ່​ຕ້ອງ​ໃຊ້​ຄວາມ​ຄິດ​ຫລວງຫລາຍ ດັ່ງ​ນັ້ນ​ຫາກ​ທ່ານຕ້ອງ​ການ​ຂັບ​ໄລ່​ຄວາມອຸກໃຈ​ອອກ​ໄປ​ຈາກ​ຕົນ​ເອງ

4. ລອຍນໍ້າ ລະລາຍ​ຄວາມ​ໜັກ​

ຫາກ​ໃຜ​ມີ​ເລື່ອງ​ໃຫ້​ຄິດ​ໜັກ ແລະ​ ຢາກ​ເອີ້ນສະມາ​ທິ ​ພ້ອມ​ກັບ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ໃຫ້​ຕົນເອງ    ລອງ​​ໂດດ​ລົງ​ສະລອຍນໍ້າ ​ແລ້ວ​ລອຍ​ວົນ​ໄປ​ວົນ​ມາ​ເລື່ອຍ​ໆ ສາຍ​ນ້ຳ​ເຢັນ​ໆ ຈະ​ຊ່ວຍ​ຍຽວ​ຢາ​ຄວາມ​ຄຽດ ແລະ ​ຊ່ວຍ​ພະ​ຍຸງ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ໃຫ້​ຢູ່​ລ້າໆ ບໍ່​ຄິດຫລາຍ​ສັບ​ສົນ

5. ຕີດອກປີກໄກ່ ຕີ​ຄວາມ​ອຸກໃຈໃຫ້​ແຕກ

ກິດຈະກຳ​ຕີໄປ​ຕີມາ​ລະຫວ່າງ​ຄົນ 2 ຄົນ​ກໍ່ຄື​ການ​ຕີ ​ດອກປີກໄກ່ ກໍ​ຊ່ວຍ​ຄາຍ​ຄວາມ​ອຸກໃຈໃຫ້​ທ່ານ​ໄດ້​ອີກ​ທາງ​ໜຶ່ງ ອີກ​ທັງ​ການ​ອອກ​ແຮງ​ເອີ້ນ​ເຫື່ອ ເໜັງຕີງ​​ຂາ​ກໍ​ສາມາດ​ໄລ່​ຄວາມ​ເຄັ່ງຕຶງ​ຂອງ​ກ້າມ​ຊີ້ນໄດ້​ນໍາອີກ ໄດ້​ທັງ​ອອກ​ກຳ​ລັງ​ກາຍ ແລະ ລະບາຍ​ຄວາມ​ຄຽດ​ໄປ​ໃນ​ເວລາ​ດຽວ​ກັນ​ແບບ​ນີ້ ບອກ​ເລີຍ​ວ່າ​ມ່ວນຫລາຍ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...