spot_img
Homeນານາສາລະພຶດຕິກຳທີ່ທຳລາຍສະໝອງຫຼາຍທີ່ສຸດ

ພຶດຕິກຳທີ່ທຳລາຍສະໝອງຫຼາຍທີ່ສຸດ

Published on

ພຶດຕິກຳຕ່າງໆຂອງມະນຸດ ມີຜົນເຮັດໃຫ້ສະໝອງເຮັດວຽກບໍ່ໄດ້ປະສິດທິພາບ ແລະໃນທີ່ສຸດກໍເຮັດໃຫ້ສະໝອງເສື່ອມ, ຖ້າຫາກເຮົາບໍ່ຢາກໃຫ້ສະໝອງເສື່ອມ ເຮົາຄວນຫຼີກລຽງພຶດຕິກຳນີ້ດ່ວນ

  1. ການບໍ່ກິນເຂົ້າເຊົ້າ: ການທີ່ເຮົາບໍ່ກິນອາຫານເຊົ້າ ຈະເຮັດໃຫ້ສະໝອງຂອງເຮົາຂາດສານອາຫານ ເຮັດໃຫ້ສະໝອງເສື່ອມ ເພາະສະໝອງຈະຂາດສານອາຫານ ແລະນໍ້າທີ່ໄປຫຼໍ່ລ້ຽງສະໝອງເປັນເວລາ 5 ຊົ່ວໂມງ ໃນຊ່ວງທີ່ເຮົານອນຫຼັບ, ດັ່ງນັ້ນ ການກິນອາຫານ ຈະຊ່ວຍເພີ່ມປະສິດທິພາບການເຮັດວຽກຂອງສະໝອງ ແລະເຮັດໃຫ້ຮູ້ສຶກສົດຊື່ນ
  2. ກິນອາຫານຫຼາຍຈົນເກີນໄປ: ເພາະຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງຕົວ ເຊິ່ງເປັນສາເຫດຂອງວາມຈຳສັ້ນ
  3. ການສູບຢາ: ເພາະເປັນສາເຫດຂອງສະໝອງເສື່ອມ ຫຼືອັນໄຊເມີ
  4. ກິນອາຫານຫວານເກີນໄປ: ຈະເຮັດໃຫ້ຂັດຂວາງການດູດຊຶມຂອງໂປຣຕີນ ແລະສານອາຫານທີ່ເປັນປະໂຫຍດອື່ນໆ ທີ່ຊ່ວຍພັດທະນາສະໝອງ
  5. ການສູບອາກາດທີ່ເປັນພິດ: ຈະເຮັດໃຫ້ອົກຊີແຊນໃນສະໝອງຫຼຸດລົງ ເຮັດໃຫ້ປະສິດທິພາບຂອງສະໝອງຫຼຸດລົງ
  6. ການອົດນອນຕະຫຼອດ: ຈະເຮັດໃຫ້ເຊວສະໝອງຕາຍ ດັ່ງນັ້ນ ຄວນນອນພັກຜ່ອນໃຫ້ພຽງພໍ ຈະເຮັດໃຫ້ມີຄວາມຈຳດີ
  7. ການໃຊ້ສະໝອງຂະນະທີ່ບໍ່ສະບາຍ: ຈະເຮັດໃຫ້ສະໝອງເຮັດວຽກໜັກຂຶ້ນ ເຮັດໃຫ້ສະໝອງເຮັດວຽກບໍ່ມີປະສິດທິພາບ ແລະເປັນການທຳຮ້າຍສະໝອງ
  8. ນອນເອົາຜ້າຫົ່ມປົກຫົວ: ຈະເຮັດໃຫ້ອາກາດທີ່ເຮົາໃຊ້ຫາຍໃຈມີຈຳກັດ ແລະຖ່າຍເທບໍ່ສະດວກ ສົ່ງຜົນໃຫ້ມີກາກບອນຫຼາຍຂຶ້ນ ເຊິ່ງຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງສະໝອງຫຼຸດລົງ
  9. ຂາດການໃຊ້ຄວາມຄິດ: ເພາະການຄິດເປັນສິ່ງທີ່ດີທີ່ສຸດ ໃນການຝຶກສະໝອງ ການຂາດການໃຊ້ຄວາມຄິດ ຈະເຮັດໃຫ້ສະໝອງເສື່ອມລົງເທື່ອລະໜ້ອຍ ສຸດທ້າຍກໍສະໝອງເສື່ອມ
  10. ບໍ່ມັກເວົ້າ: ເພາະທັກສະການເວົ້າ ເປັນຕົວສະແດງເຖິງປະສິດທິພາບຂອງສະໝອງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...