ບຶງຊ້າງ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ໜຶ່ງດຽວໃນ ສປປລາວ

ທ່ອງທ່ຽວກັບລາວໂພສຕມື້ນີ້ ແອັດຈະມານຳສະເໜີອີກໜຶ່ງສະຖານທີ່ທ່ອງທ່ຽວຂອງແຂວງ ສະຫວັນນະເຂດ ນັ້ນກໍ່ຄື ບຶງຊ້າງ ທີ່ ບ້ານ ບຶງຊ້າງ, ເມືອງ ຊົນນະບູລີ, ແຂວງ ສະຫວັນນະເຂດ.

ບຶງຊ້າງ ເປັນສະຖານທີ່ໜຶ່ງມີສະຫງົບຢູ່ທ່າມກາງທຳມະຊາດບ້ານນາ ເຊິ່ງປັດຈບັນໄດ້ກາຍເປັນເຂດອະນຸລັກຂອງແຂວງສະຫວັນນະເຂດ ທ່ານທີ່ມາທ່ຽວຊົມບຶງຊ້າງນີ້ ນອກຈາກຈະໄດ້ສຳພັດກິ່ນອາຍຂອງທຳມະຊາດບ້ານນາແບບເຕັມໆແລ້ວ ຕົກຄ່ຳລົງແລງໃນຊ່ວງເດືອນ ມີນາ ເຖິງ ເດືອນ ກັນຍາ ຂອງທຸກໆປີ ທ່ານກໍ່ຈະໄດ້ເຫັນຝູງນົກຍາງຂາວນັບພັນໆໂຕບິນມາຈັບຕົ້ນໄມ້ທີ່ບຶງຊ້າງນີ້ອີກດ້ວຍ ເວົ້າແບບນີ້ແລ້ວພໍສຳນຶກພາບໃນຂະນະທີ່ນົກຍາງຂາວບິນມາພ້ອມກັນເປັນຝູງນັບພັນໆຕົວ ວ້າວ…ພຽງແຕ່ຄິດກໍ່ອອນຊອນໃຈແລ້ວ!

ນອກຈາກທ່ານຈະໄດ້ເຫັນນົກຍາງຂາວນັບພັນຕົວແລ້ວ ທີ່ບຶງຊ້າງແຫ່ງນີ້ຍັງມີນົກສາຍພັນຫາຍາກທີ່ຂຶ້ນບັນຊີໃກ້ສູນພັນຈາກເອເຊຍ ແລະ ເປັນສັດຄຸ້ມຄອງຂອງເອເຊຍນັ້ນກໍ່ຄືນົກກະຊຸມຫົວລ້ານ (ນົກນ້ຳຂະໜາດໃຫຍ່ທີ່ສຸດ) ເຊິ່ງນົກຊະນິດນີ້ເປັນນົກທີ່ຫາພົບໄດ້ຍາດ ແລະ ສາມາດພົບໄດ້ພຽງໃນບຶງນ້ຳທຳມະຊາດບາງແຫ່ງໃນປະເທດລາວ ແລະ ທະເລສາບຂອງກຳປູເຈຍທີ່ຊື່ (បឹងទន្លេសាប) ໂຕນເລສາບ ເທົ່ານັ້ນໃນເອເຊຍ.

ຫາກໃຜຍັງບໍ່ທັນໄດ້ມາທ່ຽວສະຖານທີ່ແຫ່ງນີ້ ລອງມາສຳພັດດ້ວຍຕົວທ່ານເອງ ແລ້ວທ່ານຈະຮູ້ວ່າທີ່ສຸດຂອງທຳມະຊາດບ້ານນານັ້ນເປັນແນວໃດ

ຮູບພາບປະກອບຈາກ: ຢູນາ ສະຕູດີໂອ